Homeຂ່າວພາຍ​ໃນງານມະຫາກໍາກິລາເອຊຽນເກມ ຄັ້ງທີ 19 ທີ່ ນະຄອນຫາງໂຈ ສປ ຈີນ

ງານມະຫາກໍາກິລາເອຊຽນເກມ ຄັ້ງທີ 19 ທີ່ ນະຄອນຫາງໂຈ ສປ ຈີນ

Published on

ພິທີຖະແຫຼງການການກະກຽມເຂົ້າຮ່ວມ ເອຊຽນ ເກມ ຄັ້ງທີ 19 ຂອງ ທັບນັກກິລາລາວ ຈັດຂຶ້ນໃນວັນທີ 19 ກັນຍາ 2023 ທີ່ ສະໂມສອນ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ( ຄອລ ) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນໍາຂົງເຂດວຽກງານການປົກຄອງ ແລະ ວັດທະນະທໍາ-ສັງຄົມ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະນໍາ, ຄູຝຶກ ແລະ ນັກກີລາ 100 ກວ່າຕະຫຼອດຮອດສື່ມວນຊົນ ເຂົ້າຮ່ວມຢ່າງ ພ້ອມພຽງ.

ງານມະຫາກໍາກິລາເອຊຽນເກມ ຄັ້ງທີ 19 ຈະໄດ້ຈັດຂື້ນທີ່ ນະຄອນຫາງໂຈ ສປ. ຈີນ ລະຫວ່າງວັນທີ 23/09 ຫາ 8/10/2023, ປະເທດເຈົ້າພາບໄດ້ບັນຈຸ 40 ປະເພດກິລາ ເຂົ້າຮ່ວມແຂ່ງຂັນຫນ້ອຍກວ່າກິລາເອຊຽນເກມຄັ້ງທີ່ຜ່ານມາ ຄະນະກໍາມະການ ໂອແລມປິກແຫ່ງຊາດລາວ ແລະ ສະຫະພັນ ກິລາແຫ່ງຊາດ ໄດ້ຕົກລົງເປັນເອກະພາບສົ່ງ 16 ປະເພດກິລາ ເຂົ້າຮ່ວມ, ມີຈໍານວນພົນທັງຫມົດ 152 ຄົນ ດັ່ງນີ້ :
-ປະເພດກິລາທີ່ສະເຫນີຂໍໃຊ້ງົບປະມານຂອງລັດ ມີ 11 ປະເພດຄື: 1. ວູຊູ, 2. ກະຕໍ້, 3. ລົດຖີບ, 4. ເທຄວັນໂດ (ຕໍ່ສູ້), 5. ມວຍສາກົນ, 6. ຢູໂດ (ຕໍ່ສູ້), 7. ແລ່ນ-ລານ, 8. ລອຍນໍ້າ, 9. ກາຣາເຕ (ຕໍ່ສູ້), 10. ມວຍປ້ໍາ ແລະ 11. ຈຸວິດຊູ;
-ປະເພດກິລາທີ່ມອບໃຫ້ກຸ້ມຕົນເອງດ້ານງົບປະມານຮັບໃຊ້ ມີ 5 ປະເພດຄື: 1. ກອ໊ຟ, 2. ອີສະປອດ, 3. ຢິມນາສະຕິກ, 4. ເບສບອນ ແລະ 5. ຍິງປືນ.
ສ່ວນ ຈໍານວນນັກກິລາເຊື່ອຊາດລາວ :
ສໍາລັບນັກກິລາເຊື້ອຊາດລາວ ມີຈໍານວນ 06 ຄົນ, ໃນ 05 ປະເພດກິລາ ຄືດັ່ງນີ້ :
1) ນັກກິລາ ຈາກ ສະຫະລັດ ອາເມລິກາ ຈໍານວນ : 04 ຄົນ
– ມວຍປ້ໍາ 1 ຄົນ (ເປັນຊາຍ);
– ວູວິດຊູ 2 ຄົນ (ເປັນຊາຍ);
– ມວຍສາກົນ 1 ຄົນ (ເປັນຊາຍ).
2) ນັກກິລາ ຈາກ ປະເທດຝັ່ງ ຈໍານວນ : 02 ຄົນ
– ຢູໂດ 1 ຄົນ (ເປັນຍິງ);
– ລົດຖີບໃນຮົ່ມ 1 ຄົນ (ເປັນຍິງ).

ທີ່ມາ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...