Homeຂ່າວຕ່າງປະເທດຄົ້ນພົບຊິ້ນສ່ວນໄດໂນເສົາອາຍຸ 265 ລ້ານປີໃນປະເທດບຣາຊິນ

ຄົ້ນພົບຊິ້ນສ່ວນໄດໂນເສົາອາຍຸ 265 ລ້ານປີໃນປະເທດບຣາຊິນ

Published on

ກ່ອນການສູນພັນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ ທີ່ທຳລາຍສັດເຖິງ 86% ທົ່ວໂລກ ມີກຸ່ມໄດໂນເຊຟາລຽນ (Dinocephalians) ເປັນສັດເລືອຄານ ທີ່ຄ້າຍຄືກັບສັດລ້ຽງລູກດ້ວຍນ້ຳນົມ ເປັນໜຶ່ງໃນກຸ່ມຫຼັກຂອງສັດບົກ ທີ່ຈະເລີນຢ່າງກວ້າງຂວາງເທິງບົກ ພວກມັນມີຂະໜາດກາງເຖິງຂະໜາດໃຫຍ່ ມີທັງປະເພດກິນຊີ້ນ ແລະ ກິນພືດເປັນອາຫານ ໂດຍໄດໂນເຊຟາລຽນມີກະໂຫຼກໜາ ສັດເຫຼົ່ານີ້ເປັນທີ່ຮູ້ຈັກໃນອາຟຣິກາໃຕ້ ແລະ ຣັດເຊຍ ແຕ່ຫາຍາກໃນສ່ວນອື່ນໆຂອງໂລກ.

ຫຼ້າສຸດ ມີການວິໄຈຊາກຟອດຊິວ ຊື່ Pampa phoneus biccai ອາຍຸ 265 ລ້ານປີ ທີ່ຂຸດພົບໃນເຂດຊົນນະບົດ ທາງຕອນໃຕ້ຂອງປະເທດບຣາຊິນ ໂດຍມີກະໂຫຼກທີ່ສົມບູນ ກະດູກຂ້າງ ກະດູກແຂນ ຖືກລະບຸວ່າຢູ່ໃນກຸ່ມໄດໂນເຊຟາລຽນ.

ເຊິ່ງຊາກຂອງ Pampaphoneus biccai ໂຕນີ້ ນັບເປັນໂຕທີ 2 ທີ່ເຄີຍຄົ້ນພົບຈາກອາເມຣິກາໃຕ້ ມັນມີຂະໜາດໃຫຍ່ກວ່າຊາກທຳອິດ ແລະ ການຄົ້ນພົບນີ້ຖືອັນສຳຄັນໃນການໃຫ້ຂໍ້ມູນກ່ຽວກັບໂຄງສ້າງຊຸມຊົນຂອງລະບົບນິເວດເທິງບົກ ກ່ອນທີ່ຈະເກີດການສູນພັນຄັ້ງໃຫຍ່ທີ່ສຸດ.

ຜູ້ຊ່ຽວຊານລະບຸວ່າ 40 ລ້ານປີກ່ອນ Pampaphoneus biccai ເຄີຍຄອງດິນແດນອາເມຣິກາໃຕ້ ໃນຖານະນັກລ່າທີ່ໃຫຍ່ທີ່ສຸດ.

ທີ່ມາ scitechdaily

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...