spot_img
Homeຂ່າວຕ່າງປະເທດແມ່ຮ້ອງໄຫ້! ລູກຊາຍອາຍຸ 5 ເດືອນເຄິ່ງນອນຂວ້ຳໜ້າເສຍຊີວິດ

ແມ່ຮ້ອງໄຫ້! ລູກຊາຍອາຍຸ 5 ເດືອນເຄິ່ງນອນຂວ້ຳໜ້າເສຍຊີວິດ

Published on

ວັນທີ 19 ກັນຍາ 2023 ເວລາປະມານ 17:40 ນາທີ, ເຈົ້າໜ້າທີ່ຕຳຫຼວດເມືອງອຸດອນທານີ ໄດ້ຮັບແຈ້ງເຫດ ວ່າມີເດັກນ້ອຍເສຍຊີວິດ ທີ່ບ້ານເຊົ່າໃນພຶ້ນທີ່ໝູ່ 11 ບ້ານໂນນພູ່ທອງ ອຳເພີເມືອງ ຈັງຫວັດອຸດອນທານີ ຈຶ່ງໄດ້ທຳການລົງກວດສອບພ້ອມທີມແພດ ແລະ ໜ່ວຍງານກູ້ໄພຂອງເມືອງອຸດອນທານີ.

ທີ່ເກີດເຫດເປັນບ້ານເຊົ່າຊັ້ນດຽວ ພົບຜູ້ເປັນແມ່ຊື່ນາງ ທົນພອນ ອາຍຸ 28 ປີ ອຸ້ມສົບລູກຊາຍ ອາຍຸ 5 ເດືອນເຄິ່ງ ນັ່ງຮ້ອງໃຫ້ຢູ່ໃນຫ້ອງນອນ ໂດຍນາງ ພົນທອນໄດລະບຸວ່າ: ຕົນໄດ້ແຕ່ງງານກັບທ້າວ ສຸວິດ ອາຍຸ 42 ປີ ມີລູກຊາຍນຳກັນທັງໝົດ 2 ຄົນ, ຄົນທຳອິດຊື່ ປາມ ອາຍຸ 1 ປີ 6 ເດືອນ ແລະ ອີກຄົນໜຶ່ງຊື່ ປຸບປັບ ອາຍຸ 5 ເດືອນເຄິ່ງ ເຊິ່ງຕົນກັບສາມີໄດ້ຍ້າຍມາເຊົ່າບ້ານຢູ່ນີ້ໄດ້ 3 ມື້ ເຊິ່ງຢູ່ຕິດກັບບ້ານປູ່ ແລະ ຍ່າ

ກ່ອນເກີດເຫດຕົນໄດ້ລ້ຽງລູກຢູ່ບ້ານຄົນດຽວ ສ່ວນຜູ້ເປັນສາມີໄດ້ໄປເຮັດວຽກເວລາປະມານ 12:00 ໂມງ ເຊິ່ງຕົນໄດ້ນອນຢູ່ເທິງຕຽງທີ່ສູງໃນຫ້ອງກັບລູກຜູ້ທຳອິດ ສ່ວນລູກຫຼ້ານອນໜ້າຄວ້ຳຢູ່ບ່ອນນອນທີ່ພຶ້ນ ແລະ ຕົນໄດ້ເຜີນອນລັບແລ້ວມາຮູ້ສຶກໂຕເວລາປະມານ 13:30 ໂມງ ແຕ່ຜູ້ເປັນແມ່ບໍ່ພົບລູກຈຶ່ງຸກຂຶ້ນມາເປີດຜ້າຮົ່ມອອກ ຈຶ່ງພົບລູກນອນຂວ້ຳໜ້າ ແລະ ຮີມສົບເປັນສີມ້ວງກ່ຳ ຕົນກໍໄດ້ຮີບອຸ້ມລູກໄປບ້ານນ້າສາວ ໃຫ້ຊ່ວຍພາໄປໂຮງໝໍຢ່າ່ເລັ່ງດ່ວນ.

ເມື່ອມາຮອດໂຮງໝໍທາງເຈົ້າໜ້າທີ່ກໍຊ່ວຍກັນ CPR ເຊິ່ງນ້ອງກໍບໍ່ມີການຕອບສະໜອງ ຈົນໃນທີ່ສຸດເຈົ້າໜ້າທີ່ໄດ້ມາແຈ້ງວ່າຂ່າວເສົ້າວ່ານ້ອງໄດ້ເສຍຊີວິດແລ້ວ ຂໍຟາກເຕືອນເປັນອຸທາຫອນສຳລັບພໍ່ແມ່ ຜູ້ປົກຄອງທີ່ມີລູກນ້ອຍ ຢ່າປ່ອຍປະລະເລີຍເຊິ່ງອາດຈະເກີດການສູນເສຍດັ່ງເຫດການແບບນີ້ໄດ້.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...