ປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ

0
399

ໃນວັນທີ 15-16 ກັນຍາ 2023 ທີ່ ນະຄອນຫຼວງລາຮາວານ ສາທາລະນະລັດ ກູບາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດ ກຸ່ມ77 ແລະ ຈີນ ຊຶ່ງຈັດຂຶ້ນທີ່ ຫໍປະຊຸມແຫ່ງຊາດຂອງ ສ ກູບາ ໂດຍພາຍໃຕ້ຫົວຂໍ້:ບັນດາສິ່ງທ້າທາຍໃນການພັດທະນາໃນປັດຈຸບັນ: ບົດບາດຂອງວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳ, ພາຍຫຼັງສຳເລັດການຢ້ຽມຢາມລັດຖະກິດ ສ ກູບາ ຢ່າງເປັນທາງການກ່ອນໜ້ານີ້.

ກອງປະຊຸມສຸດຍອດດັ່ງກ່າວ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ກັນຍາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ມີເກັນດີເອັດສ-ກາແນນເບີມູເດັດສ ປະທານປະເທດ ແຫ່ງ ສ ກູບາ ໃນນາມປະທານຂອງກຸ່ມ 77 ແລະ ຈີນ ໃນປີ 2023 ແລະ ມີຜູ້ນໍາຂັ້ນສູງຈາກບັນດາປະເທດສະມາຊິກຂອງກຸ່ມ, ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ເຂົ້າຮ່ວມຢ່າງຟົດຟື້ນ. ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບການພັດທະນາ ແລະ ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າໃນການພັດທະນາ ແລະ ແກ້ໄຂບັນຫາສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນໃນປັດຈຸບັນ ພ້ອມທັງຢ້ຳຄືນຄວາມໝາຍໝັ້ນ, ຄວາມສາມັກຄີເປັນປຶກແຜ່ນ ກໍຄື ຫຼັກການລວມຂອງກຸ່ມ 77 ແລະ ຈີນ ທີ່ເປັນກຸ່ມລະຫວ່າງລັດຖະບານທີ່ໃຫຍ່ທີ່ສຸດ ຂອງປະເທດກຳລັງພັດທະນາໃນທົ່ວໂລກໃນລະບົບອົງການສະຫະປະຊາຊາດ (ສປຊ).

ໃນພາກພິທີເປີດກອງປະຊຸມ ແລະ ພາກອະພິປາຍທົ່ວໄປ ວັນທີ 15 ກັນຍາ, ປະທານກອງປະຊຸມ ແລະ ບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ລວມທັງ ທ່ານເລຂາທິການໃຫຍ່ ອົງການ ສປຊ ອັນໂຕນີໂອ ກູເຕເຣັສ ໄດ້ກ່າວປາໄສ ໂດຍມີເນື້ອໃນສຳຄັນທີ່ຍົກໃຫ້ເຫັນບົດບາດຂອງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແມ່ນເປັນຂໍກຸນແຈອັນສຳຄັນໜຶ່ງໃນການຄົ້ນຫາຕົ້ນຕໍຂອງບັນຫາ ແລະ ຄົ້ນຄວ້າຫາວິທີທາງແກ້ໄຂບັນດາສິ່ງທ້າທາຍທີ່ເກີດຂຶ້ນໃນປັດຈຸບັນ ຊຶ່ງໄດ້ກົດໜ່ວງທ່ວງດຶງການພັດທະນາຂອງສາກົນ ກໍຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030 ພ້ອມທັງໄດ້ເນັ້ນເຖິງບົດບາດສໍາຄັນຂອງກຸ່ມ 77 ແລະ ຈີນ ໃນການສົ່ງເສີມການຮ່ວມມືສາກົນເພື່ອການພັດທະນາ ແລະ ການປົກປ້ອງຜົນປະໂຫຍດອັນຊອບທຳຂອງປະເທດກຳລັງພັດທະນາ ໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ຂຶ້ນກ່າວປາໄສ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ກໍຄືປະຊາຊົນ ສ ກູບາ ໃນນາມປະທານກຸ່ມ 77 ແລະ ຈີນ ກໍຄືປະເທດເຈົ້າພາບກອງປະຊຸມ ພ້ອມທັງໄດ້ຕີລາຄາການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາ ໃນໄລຍະກາງສະໄໝ ຊຶ່ງເຫັນວ່າປະເທດກຳລັງພັດທະນາໄດ້ຕົກຢູ່ໃນສະພາບເສດຖະກິດທີ່ຖົດຖອຍ, ມີຄວາມຄືບໜ້າຊ້າແລະມີທ່າອ່ຽງທີ່ຈະບໍ່ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງແລະ ຮຽກຮ້ອງໃຫ້ຊອກຫາແນວທາງແລະວິທີການແບບໃໝ່ເພື່ອຟື້ນຟູສະພາບເສດຖະກິດ-ສັງຄົມທີ່ໄດ້ຮັບຜົນກະທົບຈາກວິກິດການດ້ານຕ່າງໆແລະສືບຕໍ່ສ້າງຄວາມເຂັ້ມແຂງໂດຍການນຳໃຊ້ນະວັດຕະກຳແລະເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝເພື່ອພັກດັນການຫັນປ່ຽນແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວາລະການພັດທະນາສາກົນ, ລວມທັງເປົ້າໝາຍການພັດທະນາແບບຍືນຍົງໃຫ້ມີຄວາມຄືບໜ້າແລະສຳເລັດຕາມຄາດໝາຍ.

ພ້ອມດຽວກັນນີ້, ທ່ານປະທານປະເທດ ໄດ້ແຈ້ງໃຫ້ກອງປະຊຸມຊາບວ່າ: ລັດຖະບານສປປລາວໄດ້ໃຫ້ຄວາມສຳຄັນຫຼາຍຕໍ່ບົດບາດຂອງວິທະຍາສາດ, ເຕັກໂນໂລຊີແລະນະວັດຕະກຳໃນການແກ້ໄຂສິ່ງທ້າທາຍຕ່າງໆແລະສົ່ງເສີມການພັດທະນາປະເທດຕາມທິດການເຕີບໂຕສີຂຽວແລະເສດຖະກິດດີຈີຕອນ ໂດຍໄດ້ວາງວິໄສທັດແລະຍຸດທະສາດການພັດທະນາເສດຖະກິດດີຈີຕອນ ແລະ ໄດ້ຮ່ວມມືກັບບັນດາອົງການຈັດຕັ້ງສາກົນແລະປະເທດຕ່າງໆໃນພາກພື້ນເພື່ອແລກປ່ຽນບົດຮຽນແລະຖ່າຍທອດເຕັກໂນໂລຊີລວມທັງໃນຂອບການຮ່ວມມືໃຕ້-ໃຕ້, ອາຊຽນ ແລະ ອື່ນໆ. ພ້ອມກັນນັ້ນ ຍັງເນັ້ນເຖິງຄວາມຕ້ອງການການສະໜັບສະໜູນແລະການຮ່ວມມືໃນການພັດທະນາຂະແໜງວິທະຍາສາດ, ເຕັກໂນໂລຊີແລະນະວັດຕະກຳໃຫ້ຫຼາຍຂຶ້ນກວ່າເກົ່າ, ເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງແລະຊັບພະຍາກອນມະນຸດໃນຂະແໜງເຫຼົ່ານີ້ກໍຄືການຮັດແໜ້ນການຮ່ວມມືໃນຂອບໃຕ້-ໃຕ້ແລະຂອບສາມຝ່າຍ ໃນການແລກປ່ຽນບົດຮຽນ, ຖ່າຍທອດເຕັກນິກແລະເຕັກໂນໂລຊີທີ່ແທດເໝາະກັບສະພາບເງື່ອນໄຂຂອງແຕ່ລະປະເທດແລະ ການສົ່ງເສີມການລົງທຶນໃສ່ການຄົ້ນຄວ້າແລະພັດທະນາວິທະຍາສາດ, ເຕັກໂນໂລຊີແລະນະວັດຕະກຳແນໃສ່ຊຸກຍູ້ການພັດທະນາແບບຍືນຍົງພາຍໃນແຕ່ລະປະເທດໃຫ້ດີຂຶ້ນໄປເລື້ອຍໆ ໂດຍສະເໜີໃຫ້ມີການສ້າງກົນໄກຮ່ວມມືແລະມີຂໍ້ລິເລີ່ມທີ່ເປັນທ່າແຮງໃນການສົ່ງເສີມຄວາມເຂັ້ມແຂງແລະຊ່ວຍຊຸກຍູ້ຊຶ່ງກັນແລະກັນລະຫວ່າງບັນດາປະເທດກຳລັງພັດທະນາດ້ວຍກັນໃຫ້ມີການຄົ້ນຄວ້າ, ພັດທະນາແລະນໍາໃຊ້ວິທະຍາສາດແລະເຕັກໂນໂລຊີແລະນະວັດຕະກຳເພື່ອໃຫ້ກາຍເປັນກົງຈັກຂັບເຄື່ອນການພັດທະນາແບບຍືນຍົງຢ່າງເປັນຮູບປະທຳຫຼາຍກວ່າເກົ່າ. ນອກຈາກນັ້ນ, ກໍເຫັນວ່າທ່າອ່ຽງໃນການນໍາໃຊ້ມາດຕະການປົກປ້ອງແລະບີບບັງຄັບຝ່າຍດຽວນັບມື້ນັບເພີ່ມຂຶ້ນຊຶ່ງເປັນປັດໄຈທີ່ທຳລາຍລະບົບການຄ້າຫຼາຍຝ່າຍ ໃນຂະນະທີ່ບັນດາປະເທດກຳລັງພັດທະນາ ຍັງມີຄວາມຕ້ອງການຮັກສາສິດທິພິເສດ ແລະ ການປະຕິບັດແບບພິເສດທາງດ້ານການຄ້າ ເພື່ອຊຸກຍູ້ການພັດທະນາປະເທດຂອງຕົນ. ດ້ວຍເຫດນີ້, ສປປ ລາວ ຈຶ່ງສືບຕໍ່ຮຽກຮ້ອງໃຫ້ຢຸດຕິໂດຍທັນທີ ການຂວ້ຳບາດດ້ານເສດຖະກິດຕໍ່ສາທາລະນະລັດ ກູບາແລະ ເຫັນວ່າ ການຂວໍ້າບາດ ມີແຕ່ຈະນຳໄປສູ່ຄວາມເສຍຫາຍ ແລະ ຜົນກະທົບທາງລົບ ຕໍ່ປະຊາຊົນຜູ້ບໍລິສຸດ ແລະ ສ້າງຄວາມແຕກແຍກລະຫວ່າງຊາດໃຫ້ນັບມື້ນັບຫຼາຍຂຶ້ນ. ໃນຕອນທ້າຍ, ທ່ານປະທານປະເທດ ໄດ້ຢໍ້າຄືນຄວາມໝາຍໝັ້ນອັນໜັກແໜ້ນຂອງ ສປປ ລາວ ໃນການເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືກັບ ບັນດາສະມາຊິກກຸ່ມ 77 ແລະ ຈີນ ກໍຄືທຸກໆປະເທດ ໃນໂລກ ໃນການແກ້ໄຂສິ່ງທ້າທາຍທີ່ກ່ຽວຂ້ອງ ແລະ ສູ້ຊົນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ກອງປະຊຸມສຸດຍອດຄັ້ງນີ້ໄດ້ຮັບຮອງເອົາຖະແຫຼງການລາຮາວານ ເພື່ອເປັນບ່ອນອີງໃຫ້ແກ່ປະເທດສະມາຊິກ ໃນການສືບຕໍ່ການຮ່ວມມືເພື່ອການພັດທະນາ, ແລກປ່ຽນຊຶ່ງກັນ ແລະ ກັນລວມທັງຈຳກັດສິ່ງກີດຂວາງຕ່າງໆ ໃນການເຂົ້າເຖິງ ແລະ ນຳໃຊ້ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເພື່ອເຮັດໃຫ້ທຸກໆປະເທດ ໂດຍສະເພາະປະເທດກຳລັງພັດທະນາສາມາດນຳໃຊ້ຄວາມຮູ້ ແລະ ເຕັກນິກວິຊາການໃນຂະແໜງການດັ່ງກ່າວ ເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍຕ່າງໆ ແລະ ປະກອບສ່ວນເຂົ້າໃນການພັດທະນາ ຢ່າງບໍ່ຢຸດຢັ້ງ.ພ້ອມກັນນັ້ນ ກອງປະຊຸມໄດ້ຕົກລົງເຫັນດີກຳນົດເອົາ ວັນທີ 16 ກັນຍາ ຂອງທຸກປີ ເປັນວັນ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ຂອງປະເທດກໍາລັງພັດທະນາ.

ກຸ່ມ 77 ແລະຈີນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ມິຖຸນາ 1964, ໂດຍປະເທດກໍາລັງພັດທະນາ 77 ປະເທດ,ພາຍໃຕ້ຖະແຫຼງການຮ່ວມ ຂອງປະເທດກຳລັງພັດທະນາ 77 ປະເທດທີ່ ເຊີແນວ ສະວິດ,ໂດຍມີເປົ້າໝາຍໃນການເຕົ້າໂຮມກຳລັງແຮງເປັນອັນໜຶ່ງອັນດຽວ ເພື່ອພ້ອມກັນຕໍ່ສູ້ ແລະ ປົກປ້ອງຜົນປະໂຫຍດຂອງປະເທດກຳລັງພັດທະນາໃນດ້ານເສດຖະກິດ ແລະ ສົ່ງເສີມການຮ່ວມມືໃຕ້-ໃຕ້ ໃນເວທີສະຫະປະຊາຊາດ. ໂດຍເຫັນໄດ້ເຖິງຄວາມສຳຄັນຂອງກຸ່ມ, ບັນດາປະເທດກຳລັງພັດທະນາໄດ້ສະໝັກເຂົ້າເປັນສະມາຊິກຂອງກຸ່ມນັບມື້ນັບເພີ່ມຂຶ້ນ ແລະໃນປັດຈຸບັນ ມີສະມາຊິກເຖິງ 134 ປະເທດເຖິງວ່າຈຳນວນປະເທດສະມາຊິກໄດ້ເພີ່ມຂຶ້ນແຕ່ຊື່ເດີມໃນເວລາກໍ່ຕັ້ງກຸ່ມຍັງຖືກຮັກສາໄວ້ຄືເກົ່າ ຄື ກຸ່ມ 77ແລະ ຈີນ

ແຫຼ່ງຂ່າວ ກະຊວງການຕ່າງປະເທດ