Homeຂ່າວຕ່າງປະເທດນັກທ່ອງທ່ຽວ 141 ຄົນ ອາຫານເປັນຜິດ ເນື່ອງຈາກກິນເຂົ້າຈີ່ໃນຮອຍອັນ

ນັກທ່ອງທ່ຽວ 141 ຄົນ ອາຫານເປັນຜິດ ເນື່ອງຈາກກິນເຂົ້າຈີ່ໃນຮອຍອັນ

Published on

ຫຼ້າສຸດ ໃນວັນທີ 14 ກັນຍາ ພົບນັກທ່ອງທ່ຽວຢ່າງໜ້ອຍ 141 ຄົນ ມີອາການ ອາຫານເປັນຜິດ ພາຍຫຼັງທີ່ກິນເຂົ້າຈີ່ຈາກຮ້ານດັງໃນເມືອງຮອຍອັນ ປະເທດຫວຽດນາມ.

ໃນຈຳນວນ 141 ຄົນ ໃນນັ້ນມີ 33 ຄົນ ທີ່ເປັນຄົນຕ່າງປະເທດ ແລະ ແຕ່ລະຄົນ ໄດ້ກະຈາຍເຂົ້າໂຮງໝໍແຕ່ບ່ອນໃນຮອຍອັນ

ທາງຄົນເຈັບໄດ້ກ່າວວ່າ ພວກເຂົາຊື້ເຂົ້າຈີ່ປາເຕ້ຈາກຮ້ານຂາຍເຂົ້າຈີ່ Phuong ຢູ່ຖະໜົນ Phan Chu Trinh ໃນວັນຈັນ ເຊິ່ງຄົນທຳອິດທີ່ມີອາການອາຫານເປັນຜິດໃນເວລາ 11:00 ໂມງຂອງມື້ດຽວກັນ.

ໃນວັນອັງຄານ ກົມຄວາມປອດໄພ ແລະ ສຸຂະອະນາໄມ ໄດ້ກວດສອບຮ້ານຂາຍເຂົ້າຈີ່ດັ່ງກ່າວ ແລະ ນຳເອົາຕົວຢ່າງອາຫານ ນຳສົ່ງໄປເພື່ອກວດສອບ ແລະ ໃນວັນທີ 13 ກັນຍາ ກໍໄດ້ປິດຮ້ານດັ່ງກ່າວຊົ່ວຄາວ.

ຕາມການໃຫ້ຂໍ້ມູນຂອງຮ້ານ Phuong ໄດ້ຮູ້ວ່າ: ໃນວັນທີ 11 ກັນຍາ ໄດ້ຂາຍເຂົ້າຈີ່ທັງໝົດ 1.920 ກ້ອນ ແລະ ໃນວັນທີ 12 ກັນຍາ ຂາຍໄດ້ 1.700 ກ້ອນ.

ທັ້ງນີ້ ຮ້ານ Phuong ເປັນຮ້ານຂາຍເຂົ້າຈີ່ຊື່ດັງໃນເມືອງຮອຍອັນ ທີ່ຂາຍມາແລ້ວ 30 ກວ່າປີ ບໍ່ມີພຽງແຕ່ຄົນໃນທ້ອງຖິ່ນທີ່ເຂົາມາຊື້ ຍັງມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມາຊິມອາຫານ ແລະ ຍັງຕ້ອງໄດ້ຕໍ່ຄິວດົນເພື່ອທີ່ຈະຊື້ເຂົ້າຈີ່.

ແຫຼ່ງຂ່າວ Vietnam Post

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...