spot_img
Homeຂ່າວພາຍ​ໃນບຸນຊ່ວງເຮືອປະເພນີປະຈໍາປີ 2023 ໂອກາດບຸນຫໍ່ເຂົ້າປະດັບດີນ ທີ່ນະຄອນ ຫຼວງພະບາງ

ບຸນຊ່ວງເຮືອປະເພນີປະຈໍາປີ 2023 ໂອກາດບຸນຫໍ່ເຂົ້າປະດັບດີນ ທີ່ນະຄອນ ຫຼວງພະບາງ

Published on

ບຸນຊ່ວງເຮືອປະເພນີປະຈໍາປີ ພສ 2566 ຄສ 2023 ໂອກາດບຸນຫໍ່ເຂົ້າປະດັບດີນ ທີ່ນະຄອນ ຫຼວງພະບາງ ໄດ້ຈັດຂື້ນໃນວັນທີ 14 ກັນຍາ 2023 ນີ້ ໃຫ້ກຽດເຂົ້າຊົມ ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນຂວງ, ຂັ້ນນະຄອນ-ເມືອງ, ແຂກຮັບເຊີນ, ມວນຊົນທັງພາຍໃນ ແລະຕ່າງປະເທດ ຕາມແຄມຟັ່ງນ້ຳຄານ.

ສຳລັບປີນີ້ ມີເຮືອຊ່ວງປະເພນີຈາກບັນດາບ້ານພາຍໃນນະຄອນ ຫຼວງພະບາງ, ຕາງໜ້າຈາກເມືອງອ້ອມຂ້າງ, ເຂົ້າຮ່ວມແຂ່ງຂັນລວມທັງໝົດ 22 ລໍາ, ຜ່ານການແຂ່ງຂັນທ່າມກາງສຽງຊົມສຽງເຊຍຢ່າງມ່ວນຊື່ນ ຕາມແຄມຝັ່ງນ້ຳຄານຜົນປະກົດວ່າ: ທີ 1 ເຮືອຊ່ວງບໍລິສັດຫຼວງພຣະບາງສະມາຣ໌ດຊິດຕີ້ ໄດ້ຮັບຂັນເງີນນ້ຳໜັກ 1.500 ກຼາມ, ເປັນຂັນຄອງແຊ້ມ 3 ປີ (ປີທຳອິດ) ພ້ອມຂັນແຊ້ມປະຈໍາປີ ເປັນຂັນເງີນ ນໍ້າໜັກ 1 ກິໂລກຼາມ ແລະເງີນສົດ 17.000.000 ກີບ, ທີ 2 ເຮືອຊ່ວງບໍລິສັດເຈົ້າຫລວງ ບ້ານນູນສະຫວາດ, ໄດ້ຮັບຂັນເງີນ ນ້ຳໜັກ 800 ກຼາມ ພ້ອມເງີນສົດ 16.000.000 ກີບ, ທີ 3 ເຮືອຊ່ວງນາວາຜານາກທະນາຄານ ແລະສະຖາບັນການເງີນ ໄດ້ຮັບຂັນເງີນນ້ຳໜັກ 500 ກຼາມ ພ້ອມເງີນສົດ 15.000.000 ກີບ, ທີ 4 ເຮືອຊ່ວງ ວັດຊຽງທອງ ໄດ້ຮັບເງີນສົດ 14.000.000 ກີບ, ທີ 5 ເຮືອຊ່ວງເມືອງໂພນທອງ ບໍລິສັດ KY ບຸບຜາ, ໄດ້ຮັບເງີນສົດ 13.000.000 ກີບ, ທີ 6 ເຮືອຊ່ວງບ້ານເມືອງຂາຍ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຮັບເງີນສົດ 12.000.000 ກີບ, ທີ 7 ເຮືອຊ່ວງເມືອງໂພນໄຊ ວັດຫາດຫ່ຽນ ໄດ້ຮັບເງີນສົດ 11.000.000 ກີບ, ທີ 8: ເຮືອຊ່ວງເມືອງຊຽງເງີນ ບ້ານປາກແວດ ໄດ້ຮັບເງີນສົດ 10.000.000 ກີບ, ທີ 9 ຮ່ວມລວມມີ: ເຮືອຊ່ວງບ້ານສັງຄະໂລກ ລາວແກັສ, ເຮືອຊ່ວງບໍລິສັດເລີຄູນໂຊກ-ເຮືອນພັກໄຊດາຣາ ບ້ານຄົກມັນ, ເຮືອຊ່ວງ ພະທາດຫມາກໂມບ້ານອາໄພ ກຸ່ມວິຊຸນ ແລະເຮືອຊ່ວງບ້ານປາກເຊືອງ ໄດ້ຮັບລາງວັນເງີນສົດ ລາງວັນລະ 11.500.000 ກີບ, ທີ 13 ຮ່ວມລວມມີ: ເຮືອຊ່ວງບ້ານຊຽງລ້ອມ, ເຮືອຊ່ວງບ້ານທາດຫລວງ ກຸ່ມວັດທາດ, ເຮືອຊ່ວງນາວາປາກຄານ ບ້ານໂພນສະອາດ, ເຮືອຊ່ວງບ້ານຊ່າງໄຫ ພັດທະນາ ໄດ້ຮັບລາງວັນເງີນສົດ ລາງວັນລະ 11.000.000 ກີບ, ທີ 17 ຮ່ວມລວມມີ: ເຮືອຊ່ວງສະຖາບັນການເງີນຈຳປາລາວ, ເຮືອຊ່ວງເມືອງປາກອູ ບໍລິສັດພົນທະຈັກບໍ່ແຮ່ ຈຳກັດ, ເຮືອຊ່ວງບ້ານຜານົມ ວັດໃຫມ່ສຸວັນນະພູມາຣາມ ສວນລາດແລງ, ເຮືອຊ່ວງ ບ້ານຖິ່ນຊົມ, ເຮືອຊ່ວງເທບທິດານາຄີ ບ້ານພັນຫລວງ ແລະເຮືອຊ່ວງ ບ້ານສະເລື່ອນ ເມືອງຈອມເພັດ, ໄດ້ຮັບລາງວັນເງີນສົດລາງວັນລະ 10.500.000 ກີບ. ພ້ອມນີ້ໄດ້ມີລາງວັນເຮືອງາມ ທີ່ 1 ແມ່ນເຮືອຊ່ວງບ້ານຜານົມ ວັດໃຫມ່ສຸວັນນະພູມາຣາມ ສວນລາດແລງ ໄດ້ຮັບລາງວັນເງີນສົດ 3.500.000 ກີບ, ທີ່ 2 ເຮືອຊ່ວງ ວັດຊຽງທອງ ໄດ້ຮັບລາງວັນເງີນສົດ 2.500.000 ກີບ, ທີ່ 3 ເຮືອຊ່ວງສະຖາບັນການເງີນຈຳປາລາວ ແລະເຮືອນາງດຳ-ນາງດ່ອນ ໄດ້ຮັບລາງວັນລະ 1.500.000 ກີບ, ໃຫ້ກຽດມອບລາງວັນໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂອງແຂວງ ແລະຄະນະກຳມະການຈັດການແຂ່ງຂັນ.

ທີ່ມາ: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...