Homeຂ່າວຕ່າງປະເທດຄາດວ່າມີຜູ້ເສຍຊີວິດຈະສູງເຖິງ 20,000 ຄົນ ທີ່ຖືກໄພນ້ຳຖ້ວນໃນລິເບຍ

ຄາດວ່າມີຜູ້ເສຍຊີວິດຈະສູງເຖິງ 20,000 ຄົນ ທີ່ຖືກໄພນ້ຳຖ້ວນໃນລິເບຍ

Published on

ເຈົ້າຄອງນະຄອນເມືອງເດີນາ ປະເທດລິເບຍ, ເຊິ່ງໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດຈາກໄພນໍ້າຖ້ວມໃນພາກຕາເວັນອອກສຽງເຫນືອ, ຄາດວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຂອງ​ເມືອງ​ອາດ​ຈະ​ສູງ​ເຖິງ 20,000 ຄົນ.

ອີງຕາມສຳນັກຂ່າວ Al Jazeera ລາຍງານວ່າ ປະຊາຊົນໃນເມືອງ ເດີນາ ຂອງລິເບຍ ຍັງພະຍາຍາມຊອກຫາຍາດພີ່ນ້ອງ ແລະຄົນຮັກທີ່ສູນຫາຍ ໃນເຫດການນໍ້າຖ້ວມຄັ້ງຮ້າຍແຮງ ທີ່ເລີ່ມຂຶ້ນໃນທ້າຍອາທິດຜ່ານມາ. ຂະນະ​ດຽວ​ກັນ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ກໍ​ຮຽກຮ້ອງ​ຂໍ​ເອົາ​ຖົງຫໍ່​ສົບ​ຕື່ມ​ອີກຈາກລັດຖະບານ ຫຼັງ​ຈາກ​ໄດ້​ພົບ​ເຫັນ​ສົບ​ຫຼາຍ​ພັນ​ຄົນ ແລະ​ ສົບ​ຫຼາຍ​ສົບ​ໄດ້​ຖືກກະແສນ້ຳ​ພັດລົງ​ໄປ​ໃນ​ທະ​ເລ.

ພົນ​ໂທ ຕາເຮກ ອັນ-ຄາລາດ ​ໂຄສົກ​ກະຊວງ​ພາຍ​ໃນ​ລີ​ເບຍ ກ່າວ​ຕໍ່​ອົງການ​ຂ່າວ AFP ​ໃນ​ວັນ​ພຸດ​ທີ 13 ກັນຍາ 2023 ຜ່ານມານີ້ວ່າວ່າ ມາ​ຮອດ​ປັດຈຸບັນ ​ໄດ້​ພົບ​ເຫັນ​ຊາກ​ສົບ​ແລ້ວ 3,840 ຄົນ​ທີ່​ເມືອງເດີນາ ແຫ່ງ​ດຽວ, ​ໃນ​ນັ້ນ 3,190 ຄົນ​ໄດ້​ຖືກ​ຝັງ ​ໃນ​ນັ້ນ​ມີ​ຊາວ​ຕ່າງປະ​ເທດ​ຢ່າງ​ໜ້ອຍ 400 ຄົນ, ​ສ່ວນ​ໃຫຍ່​ແມ່ນ​ຊາວ​ຊູ​ດານ ​ແລະ​ ຊາວ​ເອຢິບ.

ຂະນະເຈົ້າຄອງນະຄອນເດີນາ ກ່າວຕໍ່ສະຖານີໂທລະພາບທ້ອງຖິ່ນວ່າ: ພວກ​ເຂົາ​ເຈົ້າ​ຄາດ​ຄະ​ເນ​ວ່າ​ຈໍາ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ຕົວ​ເມືອງ​ສາ​ມາດ​ບັນ​ລຸ​ລະ​ຫວ່າງ​ 18,000-20,000 ຄົນ ເມື່ອເບິ່ງຈໍານວນເມືອງທີ່ຖືກທໍາລາຍໂດຍໄພນໍ້າຖ້ວມ.

ທາງການລີເບຍ ໄດ້ປະເມີນວ່າ ຈຳນວນຜູ້ສູນຫາຍໃນໄພນໍ້າຖ້ວມ ຢູ່ທີ່ປະມານ 10,000 ຄົນ ຂະນະທີ່ ຫ້ອງການປະສານງານດ້ານມະນຸດສະທໍາຂອງອົງການສະຫະປະຊາຊາດ (OCHA) ກ່າວວ່າ ມີຜູ້ສູນຫາຍຢ່າງໜ້ອຍ 5,000 ຄົນ.

ທີ່ມາ: ໄທລັດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...