Homeຂ່າວຕ່າງປະເທດເຂື່ອນແຕກ 2 ຈຸດໃນປະເທດລິເບຍ ເສຍຊີວິດແລ້ວ 5.000 ຄົນ

ເຂື່ອນແຕກ 2 ຈຸດໃນປະເທດລິເບຍ ເສຍຊີວິດແລ້ວ 5.000 ຄົນ

Published on

ພາກຕາເວັນອອກຂອງລິເບຍ ປະເຊີນກັບນ້ຳຖ້ວມໜັກຈົນເຂື່ອນແຕກຢູ່ 2 ຈຸດ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 5.000 ຄົນ ແລະ ມີຜູ້ສູນຫາຍອີກເປັນໝື່ນຄົນ.

ເຫດເກີດໃນວັນທີ 10 ກັນຍາ ທີ່ຜ່ານມາ ທີ່ເມືອງເດີນາ ແລະ ເມືອງອື່ນໆຂອງລິເບຍ ໄດ້ມີພາຍຸພັດເຂົ້າມາ ຝົນຕົກໜັກ ຕໍ່ມາປະຊາຊົນກໍໄດ້ຍິນສຽງດັງແຮງໆຄ້າຍຄືລະເບີດຂະໜາດໃຫຍ່ ແລະ ຕະໜັກວ່າເຂື່ອນຢູ່ນອກເມືອງໄດ້ແຕກ ແລ້ວປ່ອຍຄື້ນນ້ຳຂະໜາດຍັກພັດເຂົ້າມາ ຖືເປັນນ້ຳຖ້ວມທີ່ຮຸນແຮງທີ່ສຸດ.

ຫຼ້າສຸດ ໃນວັນທີ 12 ກັນຍາ ໄດ້ມີລາຍງານວ່າ ຈຳນວນຜູ້ສູນຫາຍໃນເຫດນ້ຳຖ້ວມທີ່ປະເທດລິເບຍ ມີຫຼາຍກວ່າ 10.000 ຄົນ ແລະ ຜູ້ເສຍຊີວິດເພີ່ມຂຶ້ນຢ່າງໜ້ອຍ 5.300 ຄົນ, ເນື່ອງຈາກຫຼາຍສະຖານທີ່ຖືກນ້ຳຖ້ວມບໍ່ສາມາດປະຕິບັດການໄດ້ ແລະ ໂຮງເກັບສົບກໍເຕັມແລ້ວ ຈົນເຮັດໃຫ້ຜູ້ເສຍຊີວິດຖືກຖິ້ມໄວ້ໜ້າອາຄານເກັບສົບ.

ແຫຼ່ງຂ່າວ ຣອຍເຕີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...