Homeຂ່າວການສຶກສາມະຫາວິທະຍາໄລແຫ່ງຊາດປະກາດ ຮັບນັກສຶກສາຈຳນວນ 1.746 ຄົນ

ມະຫາວິທະຍາໄລແຫ່ງຊາດປະກາດ ຮັບນັກສຶກສາຈຳນວນ 1.746 ຄົນ

Published on

ມະຫາວິທະຍາໄລແຫ່ງຊາດອອກແຈ້ງການເຖິງ: ນັກຮຽນສາມັນທຸກຄົນທີ່ຈົບມັດທະຍົມປາຍ ກ່ຽວກັບການ ຮັບສະຫມັກເອົານັກສຶກສາເຂົ້າຮຽນໃນສາຂາວິຊາທີ່ ມະຫາວິທະຍາໄລແຫ່ງຊາດ ສັບຊ້ອນບໍ່ຄົບຕາມ ຕົວເລກອະນຸມັດຈາກກະຊວງສຶກສາທິການ ແລະ ກິລາ ໃນລະບົບຈ່າຍຄ່າຮຽນປະຈໍາສົກສຶກສາ2023-2024.
– ອີງຕາມ ດໍາລັດຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງມະຫາວິທະຍາໄລແຫ່ງ ຊາດ ສະບັບເລກທີ 071/ນຍ, ລົງວັນທີ 16 ມີນາ 2009;
– ອີງຕາມ ແຈ້ງການ ເລື່ອງການປະກາດຜົນການສອບເສັງຄັດເລືອກນັກສຶກສາເຂົ້າຮຽນທີ່ມະຫາວິະຍາໄລແຫ່ງຊາດ ສົກ ສຶກສາ 2023-2024 ສະບັບເລກທີ 970/ຊສ, ລົງວັນ 5 ກັນຍາ 2023;
– ອີງຕາມ ມະຕິຕົກລົງຂອງຄະນະນໍາມະຫາວິທະຍາໄລແຫ່ງຊາດໃນຄັ້ງວັນທີ 07 ກັນຍາ 2023.
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ຂໍຖືເປັນກຽດແຈ້ງມາຍັງນັກຮຽນສາມັນທຸກຄົນທີ່ຈົບ ມັດທະຍົມປາຍ ຊາບທົ່ວເຖິງກັນວ່າ: ມຊ ມີຄວາມຕ້ອງການຮັບສະຫມັກເອົານັກສຶກສາ ເພື່ອເຂົ້າຮຽນໃນບາງສາຂາວິຊາ ເພີ່ມເຕີມອີກ, ຖ້ານັກຮຽນຄົນໃດສົນໃຈ ແລະ ຕ້ອງການຍາກຮຽນ ສາມາດສະຫມັກໄດ້ຕາມລາຍລະອຽດ ແລະ ເງື່ອນ ໄຂຕ່າງໆດັ່ງລຸ່ມນີ້:

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...