Homeນານາສາລະຄວນລ້າງຊີ້ນສັດກ່ອນນຳມາປຸງແຕ່ງຫຼືບໍ່?

ຄວນລ້າງຊີ້ນສັດກ່ອນນຳມາປຸງແຕ່ງຫຼືບໍ່?

Published on

ຜູ້ບໍລິໂພກຈຳນວນຫຼາຍ ເມື່ອຊື້ຊີ້ນສັດມາ ມັກຈະລ້າງດ້ວຍນ້ຳລ້າ ຫຼື ບາງຄົນອາດຈະລ້າງດ້ວຍນ້ຳເກືອເພື່ອຂ້າເຊື້ອພະຍາດທີ່ຕິດມານຳຊີ້ນ ແຕ່ກໍຍັງມີຊີ້ນໝູບົດ ທີ່ຫຼາຍຄົນມີຄຳຖາມໃນໃຈວ່າຊີ້ນໝູບົດທີ່ຈະນຳມາແຕ່ງກິນ ເຮົາຄວນລ້າງກ່ອນຫຼືບໍ່ ແຕ່ກໍຍັງມີບາງຄົນທີ່ເອົາໄປລ້າງກ່ອນນຳມາແຕ່ງກິນ.

ແຕ່ທ່ານຮູ້ຫຼືບໍ່ ເຮົາບໍ່ຄວນເອົາຊີ້ນສັດມາລ້າງກ່ອນແຕ່ງກິນ ເພາະວ່າເຊື້ອພະຍາດທີ່ຕິດມານຳສາມາດແຜ່ກະຈາຍໄປຍັງອາຫານ ເຄື່ອງໃຊ້ພາຍໃນເຮືອນຄົວ ແລະ ອື່ນໆກໍເປັນໄດ້.

ໂດຍມີການວິໄຈຂອງ USDA ພົບວ່າ ການລ້າງຊີ້ນສັດ ສາມາດເພີ່ມຄວາມສ່ຽງຕໍ່ການປົ້ນເປື້ອນໃນຫ້ອງຄົວໄດ້ ເຊິ່ງອາດເຮັດໃຫ້ຄົນໃນເຮືອນ ເກີດອາການເຈັບປ່ວຍຈາກອາຫານໄດ້.

ຖ້າທ່ານລ້າງຊີ້ນສັດ ແບັກທີເລຍບາງຊະນິດຈະກະເດັນໄປໃນຫ້ອງຄົວ ແລະ ການທີ່ບໍ່ອະນາໄມຂ້າເຊື້ອບໍລິເວນທີ່ປົນເປື້ອນຈາກເຊື້ອເຫຼົ່ານີ້ ອາດນຳໄປສູ່ການເຈັບປ່ວຍຈາກອາຫານໄດ້ ການປຸງແຕ່ງອາຫານດ້ວຍອຸນຫະພູມທີ່ເໝາະສົມ ບໍ່ວ່າຈະເປັນການທອດ ອົບ ປີ້ງ ຕົ້ມ ຈຶ່ງສາມາດຂ້າເຊື້ອເຫຼົ່ານີ້ທີ່ມາຈາກຊີ້ນສັດ.

ດັ່ງນັ້ນ ການລ້າງຊີ້ນສັດ ຈຶ່ງມີຄວາມສ່ຽງ ແລະ ບໍ່ຈຳເປັນທີ່ຈະລ້າງເພື່ອຄວາມປອດໄພຄວນຈຳໄປປຸງແຕ່ງດ້ວຍອຸນຫະພູມສູງເພື່ອຂ້າເຊື້ອພະຍາດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...