Homeຂ່າວທ້ອງຖິ່ນອັດຕະປື ທຳລາຍອາວຸດລ່າເນື້ອດັດແປງທີ່ຜິດກົດໝາຍໄດ້ຫຼາຍລາຍການ.

ອັດຕະປື ທຳລາຍອາວຸດລ່າເນື້ອດັດແປງທີ່ຜິດກົດໝາຍໄດ້ຫຼາຍລາຍການ.

Published on

ຕອນບ່າຍວັນທີ 6 ກັນຍາ 2023 ຜ່ານມາ, ທີ່ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ອັດຕະປື ໄດ້ຈັດພີທີທຳລາຍອາວຸດລ່າເນື້ອດັດແປງ ທີ່ຜິດຕໍ່ລະບຽບກົດໝາຍ ແລະ ເປັນເຄື່ອງທຳມາຫາກິນທີ່ເກືອດຫ້າມໄດ້ຫລາຍລາຍການ. ພີທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງການ ປກສ ກຸ່ມບ້ານໃຫຍ່ເຊກະໜານ ເມືອງ ສາມັກຄີໄຊ ໃຫ້ກຽດເຂົ້າຮ່ວມມີທ່ານ ເພັດມີໄຊ ຄຳພັກດີ ຄະນະປະຈຳພັກແຂວງ ເຈົ້າເມືອງໆສາມັກຄີໄຊ , ມີພົຈວ ສີເວີນ ແກ້ວສີວົງສາ ກຳມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະກອງບັນຊາການ ປກສ ແຂວງ, ຄະນະຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ຄະນະກອງບັນຊາການ ປກສ 5 ຕົວເມືອງ, ກອງບັນຊາການທະຫານ ເມືອງສາມັກຄີໄຊ, ແຂກຖືກເຊີນ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.

ການຈັດພີທີທຳລາຍອາວຸດລ່າເນື້ອທີ່ເກືອດຫ້າມໃນຄັ້ງນີ້ ແມ່ນປະຕິບັດຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 653/ປກສ ລົງວັນທີ 8 ພຶດສະພາ 2012 ວ່າດ້ວຍການຄຸ້ມຄອງອາຊີບພິເສດ ແລະ ພາຫະນະພິເສດ, ຄຳສັ່ງຂອງທ່ານເຈົ້າແຂວງສະບັບເລກທີ 1163/ຈຂອປ, ລົງວັນທີ 26 ກັນຍາ 2014 ວ່າດ້ວຍການກວດກາ ຄຸ້ມຄອງອາຊີບພີເສດ ແລະ ພາຫະນະພີເສດໃນທົ່ວແຂວງອັດຕະປື, ການເກັບກູ້, ທ້ອນໂຮມອາວຸດລ່າເນື້ອ , ແລະ ປະເພດເຄື່ອງມືທີ່ຕ້ອງຫ້າມໄດ້ນຳມາທຳລາຍໃນຄັ້ງນີ້ປະກອບມີຄື: ປືນແກັບດັດແປງ ຈຳນວນ 809 ກະບອກ, ເຄື່ອງມືຫາປາປະເພດໝໍ້ດູດ, ໝໍ້ນ໊ອກ, ໝໍ້ຊັອດ ຈຳນວນ 100 ເຄື່ອງ ເຊີ່ງໄດ້ທ້ອນໂຮມມາຈາກ 5 ຕົວເມືອງ.

ໃນນັ້ນ; ເມືອງໄຊເສດຖາ ປືນແກັບຈຳນວນ 38 ກະບອກ, ໝໍ້ດູດຈຳນວນ 2 ເຄື່ອງ, ໝໍ້ຊ້ອດຈຳນວນ 7 ເຄື່ອງ, ເມືອງສາມັກຄີໄຊ ປືນແກັບຈຳນວນ 389 ກະບອກ, ໝໍ້ນ້ອກຈຳນວນ 15 ເຄື່ອງ, ໝໍ້ຊັອດຈຳນວນ 22 ເຄື່ອງ, ເມືອງສະໜາມໄຊ ທ້ອນໂຮມປືນແກັບໄດ້ຈຳນວນ 363 ກະບອກ, ປືນດັດແປງລູກແວັງຈຳນວນ 16 ກະບອກ, ໝໍ້ຊອັດຈຳນວນ 51 ເຄື່ອງ, ຂີ້ເຈຍຈຳນວນ 2 ກິໂລກາລາມ, ເມືອງພູວົງ ທ້ອນໂຮມໄດ້ປືນແກັບໄດ້ຈຳນວນ 17 ກະບອກ, ໝໍ້ຊ້ອດຈຳນວນ 2 ເຄື່ອງ ແລະ ເມືອງຊານໄຊທ້ອນໂຮມໄດ້ ປືນແກັບຈຳນວນ 12 ກະບອກ, ນອກນັ້ນແລ້ວພະແນກວິຊາສະເພາະຂອງຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຍັງໄດ້ເກັບ ແລະ ທ້ອນໂຮມໄດ້ອີກຈຳນວນ 110 ກະບອກ, ໝໍ້ຊ້ອດຈຳນວນ 1 ເຄື່ອງ, ກ່ອນມີພີທີທຳລາຍອາວຸດດັ່ງກ່າວທ່ານ ເພັດມີໄຊ ຄຳພັກດີ ຄະນະປະຈຳພັກແຂວງ ເຈົ້າເມືອງໆສາມັກຄີໄຊ ໄດ້ມີຄຳເຫັນໂອ້ລົມຕໍ່ພີທີ, ເຊີ່ງບາງຕອນທ່ານໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ກຳລັງວິຊາສະເພາະທີ່ໄດ້ມີຄວາມຕັດສິນໃຈສູງເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ, ຈຸດປະສົ່ງກໍ່ເພື່ອເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ພາຍໃນແຂວງອັດຕະປືຫຼຸດນ້ອຍຖອຍລົງເທື່ອລະກ້າວ ແລະ ຍັງໄດ້ເນັນໜັກໃຫ້ທຸກໆເລົ່າຫຼົບລວມທັງກອງບັນຊາການ ປກສ 5 ຕົວເມືອງ ໃຫ້ພະຍາຍາມເອົາໃຈໃສ່ສະກັດກັ້ນບັນຫາດັ່ງນີ້ໃຫ້ໝົດໃປຈາກສັງຄົມຂອງພວກເຮົາ ເພື່ອເຮັດໃຫ້ສັງຄົມບ້ານເມືອງມີຄວາມສະຫງົບໂດຍພື້ນຖານ, ຕໍ່ຈາກນັ້ນກໍ່ໄດ້ຮ່ວມກັນທຳລາຍອາວຸດດັ່ງກ່າວຖີ້ມຢ່າງເປັນທາງການ.

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...