Homeຂ່າວຕ່າງປະເທດຈີນຮ່າງກົດໝາຍຫ້າມນຸ່ງຖືທີ່ກະທົບຄວາມຮູ້ສຶກຂອງປະເທດ

ຈີນຮ່າງກົດໝາຍຫ້າມນຸ່ງຖືທີ່ກະທົບຄວາມຮູ້ສຶກຂອງປະເທດ

Published on

ຈີນຮ່າງກົດໝາຍວ່າດ້ວຍຫ້າມເຜີຍແຜ່ຄຳເວົ້າ ແລະ ຫ້າມໃສ່ເສື້ອຜ້າທີ່ຈະກະທົບຈິດວິນຍານຄວາມເປັນຈີນ ຖ້າຜູ້ໃດລະເມີດ ຈະຖືກຈຳຄຸກ 15 ມື້ ຫຼື ປັບໃໝ 5.000 ຢວນ.

ໃນເມື່ອບໍ່ດົນທີ່ຜ່ານມາ ຈີນຮ່າງກົດໝາຍຫ້າມການເວົ້າ ແລະ ການນຸ່ງຖືທີ່ຈະເປັນອັນຕະລາຍຕໍ່ຈິດວິນຍານຂອງຄາມເປັນຈີນ ຖ້າກົດໝາຍມີຜົນບັງຄັບໃຊ້ ຜູ້ທີ່ກະທຳຜິດຈະໄດ້ຮັບໂທດປັບໃໝ ຈົນເຖິງຈຳຄຸກ ໂດຍການຮ່າງກົດໝາຍດັ່ງກ່າວນັ້ນ ເປັນປະເດັນໃນສັງຄົມຈີນທີ່ເຫັນວ່າມັນຫຼາຍເກີນໄປ ແລະ ໄຮ້ສາລະ.

ຂະນະດຽວກັນ ຜູ້ຊ່ຽວຊານດ້ານກົດໝາຍກໍສະແດງຄວາມກັງວົນກ່ຽວກັບກົດໝາຍສະບັບນີ້ ເນື່ອງຈາກວ່າມັນບໍ່ຊັດເຈນ ແລະ ອາດເຮັດໃຫ້ພາກລັດໃຊ້ອຳນາດເກີນກວ່າເຫດ.

ທັ້ງນີ້ ທາງການຈີນໄດ້ເປີດເຜີຍແຜນປັບປຸງກົດໝາຍຄວາມໝັ້ນຄົງຂອງປະເທດ ນັບເປັນການປະຕິຮູບກົດໝາຍຄວາມໝັ້ນຄົງ ຄັ້ງທຳອິດໃນຮອບຫຼາຍທົດສະວັດ.

ເບື້ອງຕົ້ນ ມີລາຍງານວ່າ ຜູ້ທີ່ເວົ້າ ຫຼື ເຜີຍແຜ່ບົດຄວາມທີ່ທຳຮ້າຍຈິດໃຈຄົນຈີນ ແລະ ຜູ້ທີ່ນຸ່ງຖື ຫຼື ບັງຄັບໃຫ້ຜູ້ອື່ນນຸ່ງຖືເຄື່ອງນຸ່ງທີ່ກະທົບກະເທືອນຈິດວິນຍານຈີນ ອາດມີໂທດຈຳຄຸກເຖິງ 15 ມື້ ແລະ ປັບໃໝສູງສຸດ 5.000 ຢວນ ຫຼື ປະມານ 13 ລ້ານກີບ.

ນອກນີ້ ໃນຮ່າງກົດໝາຍຍັງລວມເຖິງ ການຫ້າມໝິ່ນ ໃສ່ຮ້າຍ ແລະ ລະເມີດຊື່ສຽງຂອງວິລະບູລຸດຜູ້ເສຍສະຫຼະຂອງຈີນອີກດ້ວຍ.

ແຫຼ່ງຂ່າວ BBC

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...