Homeຂ່າວຕ່າງປະເທດຕາອີຕົນ! ລູກສາວ 6 ປີນອນເຝົ້າສົບພໍ່ 3 ມື້ ແຕ່ຍັງຄິດວ່າພໍ່ນອນບໍ່ທັນຕື່ນ

ຕາອີຕົນ! ລູກສາວ 6 ປີນອນເຝົ້າສົບພໍ່ 3 ມື້ ແຕ່ຍັງຄິດວ່າພໍ່ນອນບໍ່ທັນຕື່ນ

Published on

ໃນວັນທີ 2 ກັນຍາ 2023 ຜ່ານມາ, ເກີດເຫດສະຫຼົດ, ເມື່ອພໍ່ລ້ຽງດ່ຽວ ເຮັດວຽກເປັນຄົນສົ່ງອາຫານເສຍຊີວິດຄາບ້ານພັກຢູ່ພາຍໃນຈັງຫວັດຊຽງໃໝ່ ໂດຍສົບຜູ້ເສຍຊີວິດຄາດວ່າບໍ່ຕ່ຳກວ່າ 3 ມື້ແລ້ວ, ລູກສາວນອນເຝົ້າ ໂດຍຄິດວ່າພໍ່ຍັງນອນບໍ່ຕື່ນ ຈົນເພື່ອນບ້ານໄດ້ກິ່ນເໜົ່າເໝັນ ແລະ ແຈ້ງໃຫ້ເຈົ້ານ້າທີ່ຕຳຫຼວດລົງກວດສອບ.

ຈາກການກວດສອບຂອງເຈົ້າໜ້າທີ່ໄດ້ລະບຸວ່າ: ສະຖານທີ່ເກີດເຫດເປັນບ້ານຊັ້ນດຽວ ເຊິ່ງພາຍໃນບ້ານພົບຮ່າງຜູ້ເສຍຊີວິດ ນອນຄວ້ຳໜ້າ  ແລະ ສົ່ງກິ່ນເໜົ່າເໝັນຕາມຮ່າງກາຍບໍ່ພົບຮ່ອງຮອຍບາດແຜ ຄາດວ່າໜ້າຈະເສຍຊີວິດແລ້ວບໍ່ຕ່ຳກວ່າ 3 ມື້ ພາຍຫຼັງໄດ້ຮູ້ຊື່ຜູ້ເສຍຊີວິດ ທ້າວ ອາພິຊາດ ແຊ່ອ່ອງ ອາຍຸ 41 ປີ ມີອາຊີບເປັນຄົນສົ່ງອາຫານ.

ສ່ວນສາເຫດຂອງການເສຍຊີວິດນັ້ນ, ເຈົ້າໜ້າທີ່ຄາດວ່າຜູ້ເສຍຊີວິດອາດຈະເປັນລົມໝົດສະຕິ ຫຼື ໂຮກປະຈຳຕົວ ໂດຍເຈົ້າໜ້າທີ່ໄດ້ເກັບຫຼັກຖານຢູ່ທີ່ເກີດເຫດ ແລະ ໄດ້ນຳສົບຜູ້ເສຍຊີວິດໄປສົ່ງໂຮງມໍ່ ເພື່ອກວດກາພິສູດຫາສາເຫດຂອງການເສຍຊີວິດທີ່ແທ້ຈິງຕໍ່ໄປ.

ທີ່ມາ: MGR ONLINE

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...