Homeຂ່າວຕ່າງປະເທດອິນເດຍປ່ຽນຊື່ປະເທດເປັນພາລັດໃນຄຳເຊີນເຂົ້າຮ່ວມງານລ້ຽງອາຫານຄ່ຳຂອງ G20

ອິນເດຍປ່ຽນຊື່ປະເທດເປັນພາລັດໃນຄຳເຊີນເຂົ້າຮ່ວມງານລ້ຽງອາຫານຄ່ຳຂອງ G20

Published on

ລັດຖະບານຂອງ ທ່ານ ນະເຣນທຣາ ໂມທີ (Narendra Modi) ນາຍົກລັດຖະມົນຕີອິນເດຍ ສົ່ງສັນຍານກ່ຽວກັບຄວາມພະຍາມປ່ຽນຊື່ປະເທດຈາກ ອິນເດຍ ມາເປັນ ພາລັດ (Bharat) ໃນບັດເຊີນຮັບປະທານອາຫານຄ່ຳ ທີ່ສົ່ງເຖິງບັນດາຜູ້ນຳປະເທດທີ່ເຂົ້າຮ່ວມກອງປະຊຸມສຸດຍອດ G20 ທີ່ປະເທດອິນເດຍ.

ລັດຖະບານອິນເດຍ ພາຍໃຕ້ການນຳພາຂອງນາຍົກລັດຖະມົນຕີ ນະເຣນທຣາ ໂມທີ ສົ່ງສັນຍານທີ່ພະຍາຍາມປ່ຽນຊື່ປະເທດຈາກອິນເດຍ ມາເປັນ ພາລັດ (Bharat) ໃນບັດເຊີນຮັບປະທານອາຫານຄ່ຳທີ່ລັດຖະບານອິນເດຍ ໄດ້ເຊີນບັນດາຜູ້ນຳປະເທດ ເຊິ່ງເດີນທາງມາຮ່ວມກອງປະຊຸມ ສຸດຍອດ G20 ທີ່ອິນເດຍເປັນເຈົ້າພາບຈັດກອງປະຊຸມໃນນະຄອນຫຼວງນິວເດລີ ລະຫວ່າງວັນທີ 9-10 ກັນຍາ 2023 ຈົນສ້າງຄວາມສົງໃສໃຫ້ຄົນທົ່ວໂລກ.

ພາຍໃນບັດເຊີນໄດ້ລະບຸວ່າ: ນາງ ເທລາບທີ ມຸຣມູ ປະທານາທິບໍດີແຫ່ງພາລັດ (ແທນທີ່ຂະເປັນປະທານາທິບໍດີແຫ່ງອິນເດຍ) ຂໍເຊີນໃຫ້ຜູ້ນຳປະເທດຮ່ວມຮັບປະທານອາຫານຄ່ຳ ໃນຂະນະມາຮ່ວມກອງປະຊຸມສຸດຍອດ G20 ທີ່ນະຄອນຫຼວງນິວເດ ໃນວັນເສົາ ທີ 9 ກັນຍາ 2023.

“ອິນເດຍ” ເປັນຊື່ທີ່ອັງກິດ (ອະດີດເຈົ້າອານານິຄົມຂອງອິນເດຍ) ໄດ້ນຳມາໃຊ້ ແລະ ເປັນສັນຍາລັກຂອງການຕົກເປັນຫົວເມືອງຂຶ້ນຂອງອັງກິດ ທີ່ປົກຄອງອິນເດຍມາດົນນານ ປະມານ 200 ປີ ຈົນອິນເດຍໄດ້ຮັບເອກະລາດໃນປີ 1947.

ແຫຼ່ງຂ່າວ aljazeera

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...