Homeຂ່າວພາຍ​ໃນມອບ-ໂອນ ວຽກຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ

ມອບ-ໂອນ ວຽກຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ

Published on

ໃນວັນທີ 1 ກັນຍາ 2023 ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີມອບ-ໂອນ ວຽກງານຂອງຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄປຂຶ້ນກັບ ກະຊວງການຕ່າງປະເທດ ຢ່າງເປັນທາງການ ໂດຍແມ່ນທ່ານ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ມອບ ແລະ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ເປັນຜູ້ຮັບ, ໂດຍການເປັນກຽດເຂົ້າຮ່ວມເປັນສັກຂີພະຍານຂອງຄະນະນໍາຈາກກະຊວງ ຂະແໜງການຕ່າງໆທີ່ກ່ຽວຂ້ອງ.

ເນື້ອໃນຂອງການມອບ-ໂອນ ແມ່ນການມອບໃນເບື້ອງຕົ້ນດ້ານໂຄງປະກອບການຈັດຕັ້ງ, ການລາຍງານ ແລະ ການຄຸ້ມຄອງ-ບໍລິຫານຂອງຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ທຸກຂັ້ນນັບແຕ່ສູນກາງຮອດທ້ອງຖິ່ນ, ສ່ວນໂຄງການເກັບກູ້ລະເບີດແຫ່ງຊາດລາວ (ຄກລ) ແມ່ນສືບຕໍ່ຢູ່ພາຍໃຕ້ການຄຸ້ມຄອງຊີ້ນຳຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ແມ່ນໜຶ່ງໃນບຸລິມະສິດຂອງລັດຖະບານ ສປປ ລາວ ແລະ ໄດ້ຖືກກຳນົດເຂົ້າໃນວາລະແຫ່ງຊາດສະເໝີມາ; ຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການແກ້ບັນຫາລະເບີດບໍ່ທັນແຕກ (ລບຕ) ໄດ້ລິເລີ່ມນັບແຕ່ຫຼັງປະເທດຊາດຖືກປົດປ່ອຍ. ຈົນມາຮອດປີ 2004 ລັດຖະບານ ຈຶ່ງໄດ້ສ້າງຕັ້ງ ຄະນະກຳມະການຄຸ້ມຄອງແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ທີ່ປະກອບມີກະຊວງ, ຂະແໜງການກ່ຽວຂ້ອງ ເພື່ອເປັນກົນໄກສູນກາງໃນການຄຸ້ມຄອງ, ຊີ້ນຳວຽກງານດັ່ງກ່າວໃຫ້ເປັນໄປຕາມເປົ້າໝາຍ ໂດຍໄດ້ມີການປັບປຸງກົນໄກດັ່ງກ່າວຢ່າງເປັນປະຈຳຄື: ຜ່ານມາ ຄຊກລ ແມ່ນຂຶ້ນກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫ້ອງການສຳນັກງານນາຍົກລັດຖະມົນຕີ ຊຶ່ງການປັບປຸງໂຄງຮ່າງການຈັດຕັ້ງຂອງວຽກງານ ລບຕ ດັ່ງກ່າວແມ່ນສິ່ງທີ່ຈຳເປັນ ທີ່ລັດຖະບານຕ້ອງໄດ້ທົບທວນການປະຕິບັດ ແລະ ປັບປຸງພັດທະນາໃຫ້ດີຂຶ້ນເລື້ອຍໆ ເພື່ອໃຫ້ແທດເໝາະກັບສະພາບການຕົວຈິງໃນແຕ່ລະໄລຍະ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...