Homeຊີວິດແລະຄວາມຮັກ5 ຂໍ້ທີ່ຄົນໃກ້ຕາຍຮູ້ສຶກເສຍດາຍທີ່ສຸດ

5 ຂໍ້ທີ່ຄົນໃກ້ຕາຍຮູ້ສຶກເສຍດາຍທີ່ສຸດ

Published on

ບາງເທື່ອຊີວິດເຮົາກໍຍັງບໍ່ຮູ້ວ່າແທ້ຈິງແລ້ວ ເຮົາຕ້ອງການຫຍັງກັນແທ້ ຄືກັບ Bronnie ທີ່ເຮັດວຽກມາຫຼາຍປີ ແຕ່ເຂົາພັດຮູ້ສຶກວ່າມັນບໍ່ແມ່ນສິ່ງທີ່ເຂົາຕ້ອງການ ເຂົາເລີຍອອກເດິນທາງຕາມຫາ ຄວາມໝາຍຂອງຊີວິດ ແລະສຸດທ້າຍເຂົາກໍໄດ້ມາລົງເອີຍກັບ ການຊ່ວຍເບິ່ງແຍງຄົນປ່ວຍໃກ້ຕາຍ ເຊິ່ງສິ່ງທີ່ເຂົາໄດ້ຮຽນຮູ້ກໍຄື ຄົນເຫຼົ່ານີ້ມັກມີສິ່ງທີ່ພວກເຂົາ “ເສຍດາຍ” ໃນຊີວິດຫຼວງຫຼາຍ ແລະມື້ນີ້ເຮົາຂໍລວມເອົາ 5 ຂໍ້ທີ່ຄົນໃກ້ຈະຕາຍຮູ້ສຶກ ເສຍດາຍ ທີ່ສຸດ ມາຝາກ ເພື່ອທີ່ທ່ານຈະໄດ້ຄິດ ແລ້ວຟ້າວເຮັດມັນກ່ອນທີ່ຈະສວາຍເກີນໄປ ຄືກັບພວກເຂົາເຫຼົ່ານັ້ນ.

1. ຢາກໃຈກ້າວ່ານີ້ໃນການໃຊ້ຊີວິດ ແບບທີ່ເຮົາຕ້ອງການ ບໍ່ແມ່ນແບບທີ່ຄົນອື່ນຢາກໃຫ້ເປັນ

1

ຂໍ້ນີ້ເປັນຂໍ້ທີ່ພົບຫຼາຍທີ່ສຸດ ຄົນເຮົາບາງເທື່ອກໍມາຮູ້ສຶກໂຕເມື່່ອ ສວາຍເກີນໄປວ່າ ມີຄວາມຝັນອີກຫຼາຍຢ່າງທີ່ສຸດທ້າຍເຮົາບໍ່ໄດ້ເຮັດ ບໍ່ໄດ້ສູ້ເພື່ອມັນ ເຊິ່ງບາງເທື່ອເປັນເພາະເຮົາເລືອກ ທີ່ຈະບໍ່ເຮັດມັນເອງ ຫຼືເຮົາບໍ່ໄດ້ເລືອກເສຍດ້ວຍຊ້ຳ ເພາະຖືກກະເກນຈາກຄົນອ້ອມຂ້າງຫຼາຍຈົນເກີນໄປ ຈົນໃນທີ່ສຸດ ເວລາໄດ້ສູນເສຍໄປແລ້ວ ເໝືອນສາຍນ້ຳທີ່ບໍ່ໄຫຼຫວນກັບນັ້ນເອງ.

2. ບໍ່ໜ້າຈະເຮັດວຽກໜັກຂະໜາດນີ້ເລີຍ

Businessman

ຂໍ້ນີ້ກໍພົບຫຼາຍໃນຄົນເຈັບຜູ້ຊາຍ ທີ່ Bronnie ເບິ່ງແຍງ ພວກເຂົາຮູ້ສຶກເສຍດາຍທີ່ໃຊ້ເວລາ ກັບຄົນທີ່ເຮົາຮັກຄືລູກ ແລະເມຍນ້ອຍເກີນໄປ ເຂົາໃຊ້ເວລາສ່ວນຫຼາຍໃນການຫາເງິນ ແຕ່ສຸດທ້າຍ ເຂົາພັດບໍ່ໄດ້ໃຊ້ເວລາມີຄວາມສຸກ ກັບຄອບຄົວທີ່ເຂົາຮັກໄດ້ຢ່າງທີ່ເຂົາຕ້ອງການ.

3. ຢາກບອກຄວາມຮູ້ສຶກບາງຢ່າງ ແຕ່ກໍສາຍເກີນໄປເສຍແລ້ວ

3

ບາງຄົນເກັບຫງຳຄວາມຮູ້ສຶກຫຼວງຫຼາຍ ເອົາໄວ້ຄົນດຽວ ເພາະບໍ່ຕ້ອງການໃຫ້ເກີດເລື່ອງຂຶ້ນ ແຕ່ສຸດທ້າຍ ມັນກັບກາຍເປັນເລື່ອງທີ່ມາເຮັດໃຫ້ເຂົາເອງ ເພາະພວກເຂົາກໍໃຊ້ຊີວິດຢ່າງບໍ່ເຕັມທີ່ ແລະແຖມຍັງເປັນການທຳລາຍສຸຂະພາບ ໃນໄລຍະຍາວອີກດ້ວຍ ເພາະຄວາມຮູ້ສຶກພວກນີ້ ມັນອັດອັ້ນຢູ່ໃນຫົວໃຈຕະຫຼອດເວລານັ້ນເອງ.

4. ໜ້າຈະໄດ້ໃຊ້ເວລາກັບໝູ່ເພື່ອນຫຼາຍກວ່ານີ້

4

ບາງທີພວກເຂົາກໍຫາມາຮູ້ສຶກວ່າ ຢາກພົບໝູ່ເພື່ອນເກົ່າໆທີ່ເຄີຍ ໃຊ້ຊີວິດຮ່ວມກັນມາດົນນານໃນອະດີດ ແຕ່ໄລຍະເວລາທີ່ຜ່ານມາພັດຫ່າງຫາຍ ແລະເຂົາກໍບໍ່ໄດ້ພະຍາຍາມຕິດຕໍ່ ພວກນັ້ນເລີຍ ພໍມາຮອດວາລະສຸດທ້າຍຂອງຊີວິດ ບາງທີກໍຍາກລຳບາກທີ່ຈະຕິດຕໍ່ ເພື່ອນພວກນັ້ນແລ້ວ ພວກເຂົາສ່ວນຫຼາຍກໍບອກວ່າ ຢາກຢ້ອນເວລາກັບໄປ ແລະຕິດຕໍ່ໝູ່ເພື່ອນ ຂອງເຂົາຫຼາຍກວ່ານີ້!.

5. ໜ້າຈະເຮັດໃຫ້ໂຕເອງມີຄວາມສຸກຫຼາຍກວ່ານີ້

5

ອັນນີ້ກໍເປັນອີກອັນໜຶ້່ງທີ່ຫຼາຍຄົນຮູ້ສຶກ ເສຍດາຍ ໂດຍພວກເຂົາບໍ່ເຄີຍຮູ້ເລີຍຈົນກະທັ່ງ ໄລຍະສຸດທ້າຍຂອງຊີວິດວ່າ ແທ້ຈິງແລ້ວ ຄວາມສຸກ ເຮົາສາມາດເລືອກທີ່ຈະມີໄດ້ ຂຶ້ນຢູ່ກັບເຮົາເອງທັງນັ້ນ ພວກເຂົາບາງຄົນພຽງແຕ່ຢ້ານການປ່ຽນແປງ ຢ້ານຄວາມຮູ້ສຶກຄົນອື່ນ ຢ້ານນັ້ນຢ້ານນີ້ ເຮັດໃຫ້ຕ້ອງທົນຢູ່ກັບຊີວິດທີ່ບໍ່ມີຄວາມສຸກ ແຕ່ຮູ້ບໍວ່າ ຄວາມສຸກ ຢູ່ໃກ້ໆ ພຽງແຕ່ເຮົາປ່ຽນມຸມມອງ ເທົ່ານັ້ນເອງ.

ສິ່ງເຫຼົ່ານີ້ຖືໄດ້ວ່າ ເປັນຄຳແນະນຳໃນການດຳລົງຊີວິດ ທີ່ງົດງາມທີ່ສຸດແລ້ວທີ່ເຄີຍເຫັນມາ ເພາະມັນຄືປະສົບການໂດຍກົງ ຂອງຄົນທີ່ກຳລັງຈະຈາກໂລກນີ້ໄປ ແຕ່ປະຄຳເຕືອນໄວ້ໃຫ້ຄົນລຸ້ນຫຼັງ ໄດ້ຢ້ອນຄິດເຖິງເລື່ອງຂອງເຮົາເອງ ກ່ອນທີ່ຈະສວາຍເກີນໄປ ແລະຈະມາຮູ້ສຶກ ເສຍດາຍ ທີຫຼັງ ແບບພວກເຂົາ ແລ້ວຢ່າລືມແບ່ງປັນເລື່ອງລາວດີໆ ແບບນີ້ ໃຫ້ຄົນທີ່ທ່ານຮັກແດ່ເດີ !! ຢ່າງໜ້ອຍກໍປະກອບຄຳເຫັນໃຫ້ຮູ້ວ່າ ທ່ານຮູ້ສຶກຈັ່ງໃດກັບບົດຄວາມນີ້ ເຫັນດີນຳຫຼືບໍ່?

 

ຂອບໃຈບົດຄວາມດີໆ ຈາກ: Kiitdoo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...