Homeຂ່າວຕ່າງປະເທດພາຍຸໄຕ້ຝຸ່ນຊາວລາພັດປົກຄຸມຈີນ ເຮັດໃຫ້ຈຳເປັນຕ້ອງໄດ້ຢຸດການຮຽນການສອນ

ພາຍຸໄຕ້ຝຸ່ນຊາວລາພັດປົກຄຸມຈີນ ເຮັດໃຫ້ຈຳເປັນຕ້ອງໄດ້ຢຸດການຮຽນການສອນ

Published on

ທາງການຈີນອອກປະກາດເຕືອນໄພສີແດງ ທີ່ເປັນການເຕືອນໄພລະດັບສູງສຸດ ຈາກພາຍຸໄຕ້ຝຸ່ນຊາວລາ (Saola) ກຳລັງປົກຄຸມທາງຕາເວັນອອກສຽງໃຕ້ຂອງປະເທດຈີນ ແລະ ຂຶ້ນຝັ່ງຂອງມົນທົນກວາງຕຸ້ງ ແລະ ຮົງກົງ ໃນຕອນສວຍຂອງວັນທີ 31 ສິງຫາ ຫາ ຄືນວັນທີ 1 ກັນຍາ ອາດເປັນ 1 ໃນ 5 ຂອງພາຍຸໄຕ້ຝຸ່ນທີ່ແຮງທີ່ສຸດ.

ຜົນຂອງພາຍຸ ເຮັດໃຫ້ເມືອງເສິນເຈິ້ນໄດ້ສັ່ງຢຸດການຮຽນການສອນໃນສະຖານຮັບລ້ຽງເດັກ ໂຮງຮຽນອະນຸບານ ຊັ້ນປະຖົມ ແລະ ມັດຖະຍົມ ພ້ອມທັງລະງັບເສັ້ນທາງລົດໄຟສາຍຫຼັກ ທີ່ຈະເດີນທາງໄປມົນທົນກວາງຕຸ້ງ.

ທາງດ້ານກົມອຸຕຸວິທະຍາຮົງກົງ ປະກາດເຕືອນໄພ T3 ລະຫວ່າງ 15:00-17:00 ໂມງ ໃຫ້ປະຊາຊົນລະວັງລົມແຮງ ຄື້ນສູງ ໃຫ້ຢູ່ຫ່າງຈາກບໍລິເວນແຄມຝັ່ງທະເລ ແລະ ງົດກິດຈະກຳທາງນ້ຳ ພ້ອມຍົກເລີກຊັ້ນຮຽນອະນຸບານ ແລະ ໂຮງຮຽນເດັກພິການ ໂດຍຄາດວ່າພາຍຸໄຕ້ຝຸ່ນຊາວລາ ຈະເຂົ້າຮົງກົງຫຼາຍທີ່ສຸດໃນວັນທີ 1-2 ກັນຍາ ດ້ວຍຄວາມໄວ 210 ກມ/ຊົ່ວໂມງ ເປັນພາຍຸແຮງທີ່ສຸດ ທີ່ຮົງກົງນັບແຕ່ພາຍຸໄຕ້ຝຸ່ນມັງຄຸດໃນ 5 ປີກ່ອນ ເຊິ່ງເຮັດໃຫ້ສະພາບອາກາດມີຝົນຕົກໜັກຕໍ່ເນື່ອງ ແລະ ລົມແຮງຂຶ້ນ.

ແຫຼ່ງຂ່າວ Reuters

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...