Homeຂ່າວຕ່າງປະເທດນາຍົກຍີ່ປຸ່ນໝັ້ນໃຈ! ກິນຊາຊິມິ (ປາດິບ) ເພື່ອສ້າງຄວາມໝັ້ນໃຈວ່າອາຫານທະເລຂອງຍີ່ປຸ່ນປອດໄພ

ນາຍົກຍີ່ປຸ່ນໝັ້ນໃຈ! ກິນຊາຊິມິ (ປາດິບ) ເພື່ອສ້າງຄວາມໝັ້ນໃຈວ່າອາຫານທະເລຂອງຍີ່ປຸ່ນປອດໄພ

Published on

ອີງຕາມສຳນັກຂ່າວຮອບຕີ ລາຍງານໃນວັນທີ 31 ສິງຫາຜ່ານມານີ້ວ່າ: ທ່ານ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ເຊີນບັນດາລັດຖະມົນຕີປະກອບດ້ວຍ: ທ່ານ ຍາສຸໂຕຊິ ນິຊິມູລະ ລັດຖະມົນຕີກະຊວງເສດຖະກິດ, ທ່ານ ມາຊາໂນບຸ ໂອກຸລະ ລັດຖະມົນຕີຮັບຜິດຊອບດູແລນະໂຍບານເດັກນ້ອຍ ແລະ ທ່ານ ຊຸນອິຈິ ຊູຊູກິ ລັດຖະມົນຕີກະຊວງການເງິນ ໄປທີ່ສຳນັກງານນາຍົກລັັດຖະມົນຕີເພື່ອຮ່ວມຮັບປະທານອາຫານ ທີ່ເປັນປາກະພົງຂາວດິບ (ຊາຊິມິ) ແລະ ປາມຶກໃຫຍ່ທີ່ຈັບໄດ້ຢູ່ແມ່ນ້ຳໃກ້ໆ ເພື່ອສ້າງຄວາມໝັ້ນໃຈວ່າອາຫານທະເລນີ້ຮັບປະທານໄດ້ ແລະ ປອດໄພ ເນື່ອງຈາກເປັນພຶ້ນດັ່ງກ່າວເປັນພຶ້ນທີ່ທີ່ປ່ອຍນ້ຳຈາກໂຮງງານໄຟຟ້ານິເຄຼຍ ຟຸກຸຊິມະ ເຊິ່ງຈີນໄດ້ສັ່ງຫ້າມນຳເຂົ້າອາຫານຈາກຍີ່ປຸ່ນທັງໝົດ.

ກ່ອນໜ້ານີ້ເຈົ້າໜ້າທີ່ກະຊວງສິ່ງແວດລ້ອມຂອງຍີ່ປຸ່ນເອງອອກມາຢັ້ງຢືນວ່າ: ຈາກການກວດສອບນ້ຳທະເລໃກ້ກັບໂຮງງານໄຟຟ້ານິວເຄຼຍ ຟຸກຸຊິມະ ບໍ່ພົບສານລັງສີ, ສຳລັບຍີ່ປຸ່ນໄດ້ເລີ່ມປ່ອຍນ້ຳຈາກໂຮງງານໄຟຟ້າດັ່ງກ່າວເມື່ອອາທິດກ່ອນ ເພື່ອເປັນການຫື້ຖອນໂຮງງານໄຟຟ້າ ທີ່ໄດ້ຮັບຄວາມເສຍຫາຍຈາກຄື້ນຍັກສຶນາມິ ເມື່ອປີ 2011 ແລະ ຖືເປັນໄພພິບັດດ້ານນິວເຄຼຍທີ່ຮ້າຍແຮງທີ່ສຸດໃນໂລກ ນັບແຕ່ເກີດໄພພິບັດທີ່ເຊີໂນບິວໃນປີ 1986.

ທີ່ມາ: ໄທລັດ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...