Homeຂ່າວຄາດຕະກຳເຈົ້າໜ້າທີ່ຕໍາຫຼວດສອບສວນອາຍາ ປກສ ແຂວງ ສະຫວັນນະເຂດ ລົງມ້າງຄະດີຄາດຕະກຳ ຢູ່ເມືອງອາດສະພັງທອງ

ເຈົ້າໜ້າທີ່ຕໍາຫຼວດສອບສວນອາຍາ ປກສ ແຂວງ ສະຫວັນນະເຂດ ລົງມ້າງຄະດີຄາດຕະກຳ ຢູ່ເມືອງອາດສະພັງທອງ

Published on

ໃນເວລາ 05:00 ນາທີ ຂອງວັນທີ 30/08/2023 ໄດ້ຮັບແຈ້ງເຫດຈາກ ປກສ ເມືອງອາດສະພັງທອງວ່າ: ມີເຫດການຄົນເສຍຊີວິດ(ຄາດຕະກຳ) ດັ່ງນັ້ນທາງເຈົ້າໜ້າທີ່ວິຊາສະເພາະພວກເຮົາພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ສົມທົບກັນລົງສະຖານທີ່ເກີດເຫດຕົວຈິງຈຶ່ງຮູ້ວ່າ: ບ່ອນເກີດເຫດແມ່ນຢູ່ສວນປູກໄມ້ວິກຂອງບໍລິສັດຊັນເປເປີ້ຂອບເຂດ ບ້ານນາແຜກ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ.

ຊາບຊື່ພາຍຫຼັງຜູ້ເສຍຊີວິດ ຊື່ນາງພາບ ອາຍຸ17ປີ,ອາຊີບເຮັດນາ ບ້ານນາແຜກ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ກັກຕົວຜູ້ກໍ່ເຫດໄດ້ຊື່ທ້າວ ໃສ ອາຍຸ 35ປີ,ອາຊີບເຮັດນາ (ເຂີຍສູ່)ບ້ານເກີດນາພອກ ເມືອງທ່າແຂກ ແຂວງຄຳມ່ວນ ບ້ານຢູ່ປະຈຸບັນນາແຜກ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຮັບສະພາບວ່າ: ຕົນແມ່ນມີແນວຄິດຢາກມີເພດສຳພັນກັບ ນາງພາບ (ຜູ້ເສຍຊີວິດ) ຈຶ່ງໃຊ້ເລ່ລ່ຽມກົນອຸບາຍດ້ວຍການໃຊ້ວິທີຕົວະຜູ້ເສຍຊີວິດຄື:ໃນເວລາ 20:00 ນາທີ ຂອງວັນທີ 29/08/2023 ຜູ້ກ່ຽວແມ່ນໄດ້ຍ່າງມາແຕ່ນາເພື່ອເຂົ້າມາບ້ານນາແຜກຈຸດປະສົງໂດຍແມ່ນຈະໄປຫາ ນາງພາບ(ຜູ້ເສຍຊີວິດ)ເພື່ອຈະມາຕົວະວ່າແມ່ບໍ່ສະບາຍຜີປອບເຂົ້າຢູ່ນາແລ້ວໃຫ້ຜູ້ເສຍຊີວິດໄປຊື້ທຽນເພື່ອໄປທຳພິທີເປົ່າໄລ່ຜີປອບ ແລະ ອອກໄປເມືອນາພ້ອມກັບຕົນຫຼັງຈາກນັ້ນຜູ້ເສຍຊີວິດກໍ່ຫຼົງເຊື່ອແລ້ວຍ່າງອອກມານານຳຜູ້ກ່ຽວພໍມາຮອດຂອບເຂດສວນປູກໄມ້ວິກຜູ້ກ່ຽວຈຶ່ງໃຊ້ມືກອດແອວນາງພາບ(ຜູ້ເສຍຊີວິດ)ຈຶ່ງແລ່ນປົບແລ້ວຜູ້ກ່ຽວຈຶ່ງໄດ້ໄລ່ນຳແລ້ວເກີດມີການຂັດຂືນກັນ ພໍດີຢູ່ບໍລິເວນດັ່ງກ່າວແມ່ນມີຄອງນໍ້າແລ້ວຜູ້ກ່ຽວຈຶ່ງໃຊ້ມືຈັບຜົມຍິກຫົວຂອງນາງພາບ(ຜູ້ເສຍຊີວິດ) ລົງຄອງນໍ້າເຮັດໃຫ້ຂາດອາກາດຫາຍໃຈເສຍຊີວິດຄາທີ່ ດັ່ງນັ້ນ ຈຶ່ງມອບຕົວຜູ້ກ່ຽວ ໃຫ້ເຈົ້າໜ້າທີ່ ປກສ ເມືອງອາດສະພັງທອງອອກນິຕິກຳດຳເນີນຕາມຂັ້ນຕອນຂອງກົດໝາຍຕໍ່ໄປ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...