Homeຂ່າວຢາເສບຕິດປກສ ບໍລິການປະຊາຊົນ ຈຸດທີ V ເມືອງຊະນະສົມບູນທໍາລາຍຕົ້ນກະທ້ອມ

ປກສ ບໍລິການປະຊາຊົນ ຈຸດທີ V ເມືອງຊະນະສົມບູນທໍາລາຍຕົ້ນກະທ້ອມ

Published on

ການປະຕິບັດງານໃນຄັ້ງນີ້ແມ່ນອີງຕາມຄໍາສັ່ງຂອງອົງການໄອຍະການປະຊາຊົນສູງສຸດສະບັບເລກທີ 006/ອອປສ, ລົງວັນທີ30 ມີນາ 2023, ອີງຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາສະບັບປັບປຸງປີ 2017, ປະມວນກົດໝາຍອາຍາສະບັບປີ 2017 ມາດຕາ 314, 325; ອີງຕາມ ຄໍາສັ່ງ ແລະ ຄວາມເຫັນດີເປັນເອກະພາບຂອງຄະນະພັກ, ຄະນະບັນຊາກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊະນະສົມບູນ, ຍ້ອນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມທີ່ເກີດຂື້ນໃນຂອບເຂດຄວາມຮັບຜິດຊອບຂອງປກສ ບໍລິການປະຊາຊົນຈຸດທີ V ມີການມົ້ວສຸມກິນດື່ມໃບ ແລະ ນ້ຳກະທ້ອມເຮັດໃຫ້ມີປະກົດການຫຍໍ້ທໍ້ຫຼາຍຢ່າງທີ່ຕາມມາ.

ໃນຄັ້ງວັນທີ29 ມີຖຸນາ 2023 ຜ່ານມາ, ພະນັກງານວິຊາສະເພາະ ປກສ ບໍລິການປະຊາຊົນຈຸດທີ V ສົບທົບກັບ ອຳນາດການປົກຄອງບ້ານໂຢງ ເມືອງຊະນະສົມບູນ ແຂວງຈຳປາສັກ ລົງກວດກາຕົວຈິງ ຈຶ່ງໄດ້ພົບເຫັນຕົ້ນກະທ້ອມທີ່ປະຊາຊົນປູກໄວ້ຈໍານວນ 4 ຕົ້ນຢູ່ 3 ຈຸດຄື: ຈຸດທີ1 ແມ່ນຢູ່ບໍລິເວນເຮືອນຂອງ ທ້າວ ວອນ ອາຍຸ 55 ປີ ອາຊີບຊາວນາ ປະຊາຊົນບ້ານໂຢງ ເມືອງຊະນະສົມບູນ ແຂວງຈຳປາສັກ ພົບເຫັນ 1 ຕົ້ນ ສູງປະມານ 10 m ຮອບວົງຕົ້ນປະມານ 40 cm.
• ຈຸດ 02 ແມ່ນຢູ່ບໍລິເວນດິນເຮືອນຂອງ ນາງ ຂໍ ອາຍຸ 58 ປີອາຊີບຊາວນາ ປະຊາຊົນບ້ານໂຢງ ເມືອງຊະນະສົມບູນ ແຂວງຈຳປາສັກ ພົບເຫັນ 1 ຕົ້ນ ສູງປະມານ 2,5 m ຮອບວົງຕົ້ນປະມານ 30cm.
• ຈຸດທີ່03 ພົບເຫັນຢູ່ບໍລິເວນເຮືອນຂອງ ທ້າວແດງ ແກ້ວສຸລິນ ອາຍຸ 60 ປີ ປະຊາຊົນບ້ານໂຢງ ເມືອງຊະນະສົມບູນ ແຂວງຈຳປາສັກ ພົບເຫັນ 02 ຕົ້ນ ສູງ 1,5 m ຮອບວົງຕົ້ນປະມາບ 6 cm.

ຕໍ່ກັບບັນຫາດັ່ງກ່າວທາງຫ້ອງການ ປກສ ບໍລິການປະຊາຊົນຈຸດທີV ກໍ່ໄດ້ ຮີບຮ້ອນໃຈຫາວິທີທາງແກ້ໄຂ ແລະ ໄດ້ລາຍງານໃຫ້ຄະນະພັກ ຄະນະບັນຊາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບເມືອງຊະນະສົມບູນຮັບຊາບເພື່ອຂໍທິດຊີ້ນຳ. ຕໍ່ມາທາງຄະນະກອງບັນຊາການ ກໍ່ໄດ້ຕົກລົງເຫັນດີ ໃຫ້ທຳລາຍຕົ້ນກະທ້ອມຈໍານວນດັ່ງກ່າວ ໂດຍມອບໃຫ້ຫ້ອງການ ປກສ ບໍລິການປະຊາຊົນຈຸດ V ລົງຈັດຕັ້ງປະຕິບັດ ເຊິ່ງມາຮອດຕອນເຊົ້າວັນທີ 29 ສິງຫາ 2023 ນີ້ ຈິ່ງໄດ້ລົງມືປະຕິບັດຕົວຈິງ ເຊິ່ງນໍາພາໂດຍທ່ານ ພັທ ຂວັນໄຊ ສີພັນດວງ ຫົວໜ້າ ປກສ ບໍລິການປະຊາຊົນຈຸດທີ V ພ້ອມດ້ວຍຄະນະ ແລະ ໜ່ວຍງານ-ວິຊາການ, ທ່ານ ສຸວິນັນ ເພັງແດງ ນາຍບ້ານໆໂຢງ ພ້ອມຄະນະ ແລະ ໜ່ວຍງານ ປກຊ – ປກສ ບ້ານໂຢງ.

ໃນການທໍາລາຍຕົ້ນກະທ້ອມຄັ້ງນີ້ ຄະນະກໍ່ສ້າງຮາກຖານຈາກແຂວງ ທີ່ລົງມາຊ່ວຍວຽກຮອບດ້ານຢູ່ເມືອງຊະນະສົມບູນ ເຊິ່ງນໍາໂດຍ ທ່ານ ຄໍາສີ ຫຼິນສະຫວາດ ຫົວໜ້າຄະນະກໍ່ສ້າງຮາກຖານຂັ້ນແຂວງ ປະຈໍາເມືອງດັ່ງກ່າວ ພ້ອມດ້ວຍຄະນະ ຍັງໄດ້ຮ່ວມຕິດຕາມການປະຕິບັດງານໃນຄັ້ງນີ້. ຕາມການໃຫ້ຂໍ້ມູນຈາກທ່ານ ພັຕ ພູວັນ ອີນທອງໄຊ ຮອງຫົວໜ້າຫ້ອງການ ປກສ ບໍລິການປະຊາຊົນ ຈຸດທີV ຜ່ານມາແມ່ນໄດ້ສຶກສາອົບຮົມກຸ່ມຄົນທີ່ດື່ມນໍ້າໃບກະທ້ອມ ຈໍານວນ 7 ຄົນ ພ້ອມນັ້ນຍັງໄດ້ຕິດຕາມສະພາບປະກົດການຫຍໍ້ທໍ້ດັ່ງກ່າວໃນເຂດຄວາມຮັບຜິດຊອບຂອງຕົນຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...