Homeຂ່າວພາຍ​ໃນນາງງາມສາວຕຳກັບລົດຈັກແມ່ມານທີ່ສີ່ແຍກໄຟແດງສີບຸນເຮືອງ

ນາງງາມສາວຕຳກັບລົດຈັກແມ່ມານທີ່ສີ່ແຍກໄຟແດງສີບຸນເຮືອງ

Published on

ເປັນປະເດັນຢ່າງໜັກໃນສັງຄົມອອນລາຍ ເມື່ອນາງງາມທ່ານໜຶ່ງໄດ້ຂັບລົດຕຳແມ່ມານທີ່ກຳລັງຂັບລົດຜ່ານສີ່ແຍກໄຟແດງ ເຮັດໃຫ້ເລື່ອງດັ່ງກ່າວແຕກອອກເປັນສອງຝ່າຍ.

ໃນວັນທີ 29 ສິງຫາ 2023 ໄດ້ມີການເຜີຍແຜ່ພາບ ແລະ ວິດີໂອເຫດລົດໃຫຍ່ຕຳລົດຈັກ ທີ່ສີ່ແຍກໄຟແດງ ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຕາມໃນພາບນັ້ນສະແດງໃຫ້ເຖິງ ໄຟອຳນາດດັ່ງກ່າວແມ່ນເພ ໃຊ້ງານບໍ່ໄດ້ ຈຶ່ງເຮັດໃຫ້ລົດທີ່ສັນຈອນໄປມາຕ້ອງໄດ້ລະວັງ.

ເລື່ອງທີ່ບໍ່ຄາດຄິດກໍເກີດເຫດຂຶ້ນ ເມື່ອລົດຈັກທີ່ມາແຕ່ເສັ້ນທາງບ້ານສີດຳດວນ ກຳລັງຂັບລົດອອກມາ ໂດຍມີລົດຈັກ ປະມານ 4 ຄັນນຳໜ້າ ໃນນັ້ນກໍແມ່ນແມ່ມານ (ຜູ້ຖືກຕຳ) ຂັບລົດອອກມາ ແຕ່ຂັບໄປຍັງບໍ່ວິດ ໄດ້ມີລົດໃຫຍ່ທີ່ຂັບອອກມາຈາກເສັ້ນທາງກົງສຸນ ດ້ວຍຄວາມໄວ ຕາມພາບກ້ອງວົງຈອນ ເຮັດໃຫ້ລົດໃຫຍ່ຂີ່ມາຕຳກັບລົດຈັກ, ທັ້ງນີ້ ບໍ່ມີລາຍງານວ່າແມ່ມານ (ຜູ້ຖືກຕຳ) ໄດ້ແທ້ງລູກຫຼືບໍ່.

ອີງຕາມຂໍ້ມູນທາງອອນລາຍໄດ້ຮູ້ວ່າ: ແມ່ມານ ຮຽກຮ້ອງໃຫ້ຄູ່ກໍລະນີຮັບຜິດຊອບແປງລົດໃຫ້ ເພາະຕົນກໍທຸກຢາກ ແລະ ກຳລັງຈະເກີດລູກແລ້ວ ມີຄ່າໃຊ້ຈ່າຍຫຼາຍ ແຕ່ຄູ່ກໍລະນີ (ຜູ້ຕຳ) ກໍບໍ່ຍິນຍອມ ຈະຮັບຜິດຊອບຄ່າແປງລົດພຽງ 70%  ໂດຍອ້າງວ່າຜູ້ຂັບລົດຈັກ ຂັບລົດຜ່າໄຟແດງປາດໜ້າຕົນເອງ.

ຢ່າງໃດກໍຕາມຝ່າຍຄູ່ກໍລະນີ (ຜູ້ຕຳ) ກໍອອກມາສະແດງຄວາມຄິດເຫັນຜ່ານສັງຄົມອອນລາຍວ່າ: ຢ່າຕັດສິນຄົນເຮົາຝ່າຍດຽວ ໂດຍບໍ່ຟັງເຫດຜົນ ເຫດການນີ້ເກີດເເຕ່ເກັບໂຕກ່ອນປະກວດ ແລະ ຍັງຮູ້ຕື່ມອີກວ່າ ຜູ້ຕຳ ແມ່ນຍອມຮັບຜິດ ແລະ ຈະຮັບຜິດຊອບ ແຕ່ທາງຝ່າຍແມ່ມານ (ຜູ້ຖືກຕຳ) ຕົກລົງກັນບໍ່ໄດ້.

ຢ່າງໃດກໍຕາມ ຢາກໃຫ້ທັງສອງຝ່າຍຊີ້ແຈງປະເດັນເລື່ອງນີ້ ເພື່ອບໍ່ໃຫ້ເຂົ້າໃຈກັນຜິດທັງສອງຝ່າຍ ແລະ ຂໍໃຫ້ເລື່ອງຈົບໂດຍໄວ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...