Homeຂ່າວຕ່າງປະເທດຈີນປະກາດແຈກເງິນ ໃຫ້ຄູ່ແຕ່ງດອງໃໝ່ຫາກເຈົ້າສາວມີອາຍຸຕ່ຳກວ່າ 25 ປີ

ຈີນປະກາດແຈກເງິນ ໃຫ້ຄູ່ແຕ່ງດອງໃໝ່ຫາກເຈົ້າສາວມີອາຍຸຕ່ຳກວ່າ 25 ປີ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 29 ສິງຫາ 2023 ຜ່ານມາ, ໜ່ວຍງານສ່ວນທ້ອງຖິ່ນເຂດຊາງຊານ ໃນເມືອງຊະວີໂຈ ທາງພາກຕາເວັນອອກຂອງປະເທດຈີນ ໄດ້ປະການຜ່ານວີແຊັດ (WeChat) ເມື່ອອາທິດກ່ອນວ່າ: ຖ້າຫາກຄູ່ຮັກໃດທີ່ແຕ່ງດອງເປັນຄັ້ງທຳອິດ ແລະ  ເຈົ້າສາວມີອາຍຸບໍ່ເກີນ 25 ປີ ຈະໄດ້ຮັບຂອງຂວັນແຕ່ງງານເປັນເງິນສົດຈຳນວນ 1000 ຢວນ ຫຼື ປະມານ 3.150.000 ພັນກີບ ເຊິ່ງເປັນສ່ວນໜຶ່ງໃນມາດຕະການການກະຕຸ້ນການແຕ່ງງານ ແລະ ເພີ່ມປະຊາກອນໃນປະເທດ ເນື່ອງຈາກຈີນປະສົບບັນຫາ ອັດຕາການເກີດຫຼຸດລົງຕ່ຳສຸດເມື່ອປີທີ່ຜ່ານມາ.

ບັນຊີວີແຊັດຢ່າງເປັນທາງການຂອງໜ່ວຍງານດັ່ງກ່າວລະບຸວ່າ: ມີຈຸດປະສົງເພື່ອສົ່ງເສີມການແຕ່ງດອງ ແລະ ການກຳເນີດລູກໃນຊ່ວງອາຍຸທີ່ເໝາະສົມ, ນອກຈາກນີ້ຄູ່ແຕ່ງດອງໃໝ່ຍັງຈະໄດ້ເງິນອຸດໜຸນດ້ານອື່ນໆຫາກມີລູກເຊັ່ນ: ຄ່າດູແລເດັກນ້ອຍ ແລະ ເງິນຊ່ວຍເຫຼືອດ້ານການສຶກສາ.

ນັກວິເຄາະຊາວຈີນໄດ້ກ່າວວ່າ: ປັດໄຈຫຼັກທີ່ເຮັດໃຫ້ຈີນປະສົບກັບວິກິດປະຊາກອນ ຄື ບັນຫາຄວາມບໍ່ເທົ່າທຽມກັນທາງເພດ ແລະ ຄ່ານິຍົມໃນສັງຄົມທີ່ຜູ້ຍິງມີໜ້າທີ່ລ້ຽງລູກ ແລະ ດູແລຄອບຄົວເຮັດໃຫ້ຜູ້ຍິງມີລູກຈະຖືກບີບອອກຈາກາກນເຮັດວຍກມາລ້ຽງລູກແທນ ເຊິ່ງຄ່າໃຊ້ຈ່າຍໃນການລ້ຽງລູກກໍມີລາຄາທີ່ສູງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...