Homeຂ່າວຕ່າງປະເທດຈີນປະກາດບໍ່ກວດຜົນໂຄວິດ-19 ສຳລັບຄົນທີ່ຈະເດີນທາງເຂົ້າປະເທດ

ຈີນປະກາດບໍ່ກວດຜົນໂຄວິດ-19 ສຳລັບຄົນທີ່ຈະເດີນທາງເຂົ້າປະເທດ

Published on

ຈີນປະກາດວ່າ ຄົນທີ່ມາຈາກຕ່າງປະເທດແລ້ວເດີນທາງເຂົ້າມາປະເທດຈີນ ຈະບໍ່ມີການກວດຜົນໂຄວິດ-19 ກ່ອນເຂົ້າປະເທດອີກແລ້ວ ຄຳສັ່ງນີ້ຈະມີຜົນຕັ້ງແຕ່ວັນທີ 30 ສິງຫາ 2023 ເປັນຕົ້ນໄປ.

ທ່ານ ຫວັງ ເຫວິນປິນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ໄດ້ປະກາດໃນວັນທີ 28 ສິງຫາ 2023 ວ່າ ຄົນມາຈາກຕ່າງປະເທດທີ່ເດີນທາງເຂົ້າປະເທດຈີນ ຈະບໍ່ຕ້ອງມີຜົນກວດໂຄວິດ-19 ກ່ອນເຂົ້າປະເທດອີກຕໍ່ໄປ ເຊິ່ງລັດຖະບານໄດ້ປະກາດຄຳສັ່ງໃໝ່ ເພື່ອໃຫ້ມີຜົນບັງຄັບໃຊ້ນັບຕັ້ງແຕ່ ວັນທີ 30 ສິງຫາ 2023 ເປັນຕົ້ນໄປ.

ທັ້ງນີ້ ການທີ່ລັດຖະບານຈີນໄດ້ມີການຍົກເລີກມາດຕະການປ້ອງກັນໂຄວິດ-19 ຖືໄດ້ວ່າເປັນບາດກ້າວທີ່ສຳຄັນຂອງຈີນ ທີ່ຈະຮອງຮັບນັກທ່ອງທ່ຽວເຂົ້າໄປທ່ຽວຈີນໄດ້ງ່າຍຂຶ້ນ ແລະ ເປັນບາດກ້າວອັນສຳຄັນຂອງການຟື້ນຟູເສດຖະກິດພາຍໃນປະເທດອີກຄັ້ງ.

ແຫຼ່ງຂ່າວ china-briefing

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...