Homeຂ່າວຕ່າງປະເທດສາວເສຍຊີວິດຈາກການເກີດລູກ ຍ້ອນຮຽນເຕັກນິກເກີດລູກຈາກ YouTube

ສາວເສຍຊີວິດຈາກການເກີດລູກ ຍ້ອນຮຽນເຕັກນິກເກີດລູກຈາກ YouTube

Published on

ສາວ ອາຍຸ 27 ປີ ໃນລັດ Tamil Nadu’s Krishnagiri ຂອງປະເທດອິນເດຍ ໄດ້ເສຍຊີວິດໃນຕອນທີ່ເກີດລູກ ເນື່ອງຈາກການເສຍເລືອດຢ່າງຮຸນແຮງ ຂະນະທີ່ສາມີຂອງລາວພະຍາຍາມຊ່ວຍເກີດລູກໃຫ້ພັນລະຍາຕາມທຳມະຊາດຢູ່ເຮືອນ ໂດຍຮຽນເຕັກນິກມາຈາກ YouTube.

ໃນວັນທີ 24 ສິງຫາ 2023 ສຳນັກຂ່າວ India Today ໄດ້ລາຍງານວ່າ: ເຈົ້າໜ້າທີ່ການແພດທີ່ສູນສຸຂະພາບ Rathika ໄດ້ຍື່ນຮ້ອງຮຽນຕໍ່ເຈົ້າໜ້າທີ່ຕຳຫຼວດ ກ່ຽວກັບການເສຍຊີວິດຂອງນາງ Loganayaki ເຊິ່ງຜູ້ເປັນສາມີຊື່ Madhesh ໄດ້ຊ່ວຍເກີດລູກໃຫ້ພັນລະຍາຂອງລາວຢູ່ເຮືອນ ໃນລະຫວ່າງການເກີດລູກແລ້ວ ແຕ່ກໍຕັດສາຍສະບືບໍ່ຖືກຕ້ອງ ເຮັດໃຫ້ຜູ້ເປັນພັນລະຍາເສຍຊີວິດຢ່າງຮຸນແຮງ.

ຕໍ່ມາພັນລະຍາຂອງລາວກໍຖືກນຳສົ່ງໄປໂຮງໝໍດ້ວຍສະພາບນອນໝົດສະຕິ ແລະ ໄດ້ເສຍຊີວິດເມື່ອເຖິງໂຮງໝໍ.

ບົດຄວາມຫຼ້າສຸດ

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...