Homeຂ່າວຕ່າງປະເທດໄທກຽມຟ້ອງສານໃຫ້ສັ່ງປິດ Facebook ໃນປະເທດ

ໄທກຽມຟ້ອງສານໃຫ້ສັ່ງປິດ Facebook ໃນປະເທດ

Published on

ໄຊຍະວຸດ ທະນາຄະມານຸສອນ ລັດຖະມົນຕີກະຊວງດິຈິຕອນ ເພື່ອເສດຖະກິດ ແລະ ສັງຄົມ (DES) ພ້ອມດ້ວຍໜ່ວຍງານທີ່ກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມຫາລືແນວທາງໃນການແກ້ໄຂບັນຫາການຊື້ໂຄສະນາຜ່ານ Facebook ທີ່ຫຼອກລວງປະຊາຊົນໃຫ້ລົງທຶນ ລວມເຖິງການຊັກຊວນໃຫ້ລົງທຶນ ໂດຍແອບອ້າງໃຊ້ຊື່ບໍລິສັດຈົດທະບຽນ ໂດຍບໍ່ໄດ້ຮັບອະນຸຍາດ ເຊິ່ງຢືນຢັນວ່າບໍ່ມີການສະເໜີໃຫ້ລົງທຶນແຕ່ຢ່າງໃດ.

ເຊິ່ງຕອນນີ້ທາງກະຊວງໄດ້ຮຽບຮຽງຫຼັກຖານຈາກຜູ້ກະທຳຜິດໃນ Facebook ເພື່ອສົ່ງສານໃຫ້ມີການປິດ Facebook ພາຍໃນທ້າຍເດືອນສິງຫາປີນີ້ ແລະ ຂໍໃຫ້ສານສັ່ງປິດພາຍໃນ 7 ມື້ ໂດຍການກະທຳຜິດຂອງ Facebook ແມ່ນຮັບການໂຄສະນາຈາກຜູ້ກະທຳຜິດກໍຄືມິດສາຊີບ ໃນການລົງໂຄສະນາ ແລະ ຫຼອກລວງປະຊາຊົນໃຫ້ຫຼົງເຊື່ອໃນການລົງທຶນ ແລະ ຊື້ສິນຄ້າຜ່ານ Facebook ເມື່ອລູກຄ້າຫຼົງເຊື່ອ ແລະ ຊຳລະຄ່າສິນຄ້າແລ້ວ ແຕ່ໄດ້ສິນຄ້າບໍ່ກົງກັບປົກ.

ທີ່ຜ່ານມາ ມີຜູ້ເສຍຫາຍຈຳນວນຫຼາຍກວ່າ 200.000 ຄົນ ຫຼື ປະມານ 95% ຈາກ 300.000 ຄົນ ມີມູນຄ່າຄວາມເສຍຫາຍຫຼາຍກວ່າ 10.000 ລ້ານບາດ.

ລັດຖະມົນຕີກະຊວງດິຈິຕອນ ກ່າວຕື່ມວ່າ: ຖ້າ Facebook  ບໍ່ຊ່ວຍເຫຼືອປະເທດໄທ ຖ້າພວກເຂົາຕ້ອງການເຮັດທຸລະກິດໃນໄທກໍຕ້ອງຮັບຜິດຊອບຕໍ່ສັງຄົມ ເຊິ່ງຜ່ານມາກະຊວງກໍໄດ້ບອກ Facebook ຕະຫຼອດແຕ່ກໍຍັງບໍ່ກວດສອບຜູ້ທີ່ມາລົງໂຄສະນາ ເຮັດໃຫ້ປະຊາຊົນໄທໄດ້ຮັບຄວາມເສຍຫາຍຫຼາຍກວ່າ 100.000 ລ້ານບາດ.

ແຫຼ່ງຂ່າວ Thaipost

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...