Homeຂ່າວພາຍ​ໃນ6 ເດືອນຕົ້ນປີ 2023 ເສດຖະກິດແຂວງຄໍາມ່ວນຂະຫຍາຍຕົວໃນລະດັບ 5,34%

6 ເດືອນຕົ້ນປີ 2023 ເສດຖະກິດແຂວງຄໍາມ່ວນຂະຫຍາຍຕົວໃນລະດັບ 5,34%

Published on

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານໄລຍະກາງສະໄໝ ປີ 2021-2023, ທິດທາງແຜນການທ້າຍສະໄໝ ປີ 2023-2025 ແລະ ໄລຍະ 6 ເດືອນຕົ້ນປີ, ທິດທາງ 6 ເດືອນທ້າຍປີ 2023.

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ່ 5 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໃນວັນທີ 22 ສິງຫາ 2023 ນີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງແຂວງ ໃນໄລຍະ 2 ປີເຄິ່ງຜ່ານມາ ແມ່ນຢູ່ໃນສະພາບການທີ່ທົ່ວປະເທດ ເວົ້າລວມ, ເວົ້າສະເພາະພາຍໃນແຂວງຄຳມ່ວນ ມີທັງກາລະໂອກາດ, ອຸປະສັກ ແລະ ສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນ: ການປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເງິນກີບອ່ອນຄ່າ, ລາຄານໍ້າມັນເຊື້ອໄຟ-ລາຄາສິນຄ້າເໜັງຕີງສູງຂຶ້ນ, ບັນຫາຢາເສບຕິດ, ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ. ແຕ່ພາຍໃຕ້ການນຳພາ-ຊີ້ນໍາ ຂອງຄະນະພັກ, ອົງການປົກຄອງແຂວງ, ເມືອງ ແລະ ຮາກຖານ ກໍຄືການຊຸກຍູ້, ຕິດຕາມ, ກວດກາ ຂອງສະພາປະຊາຊົນແຂວງ ປະຕິບັດບັນດາຄາດໝາຍ ແລະ ວຽກຈຸດສຸມຕ່າງໆ ມີຜົນສຳເລັດ.

ເຊິ່ງໃນໄລຍະ 2 ປີເຄິ່ງ ຜ່ານມາ ເສດຖະກິດຂອງແຂວງຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໃນປີ 2021 ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 5,73% ເທົ່າກັບ 9.328 ຕື້ກີບ, ປີ 2022 ຂະຫຍາຍຕົວ 5,85% ເທົ່າກັບ 14.016 ຕື້ກີບ, ໄລຍະ 6 ເດືອນຕົ້ນປີ 2023 ຂະຫຍາຍຕົວຢູ່ໃນລະດັບ 5,34% ຄິດເປັນມູນຄ່າຕາມລາຄາໃນປີ ເທົ່າກັບ 14.891 ຕື້ກີບ ຫຼື ເທົ່າກັບ 98,93% ຂອງແຜນກາງປີ ລວມຍອດຜະລິດຕະພັນພາຍໃນ GDP ຕົວເລກສະສົມ 2 ປີເຄີ່ງ (2021-2023) ບັນລຸ 38.235 ຕື້ກີບ ກວມ 67,47% ຂອງລວມຍອດຜະລິດຕະພັນພາຍໃນ GDP ໃນປີ 2025, ລາຍໄດ້ຕໍ່ຫົວຄົນບັນລຸ 32,72 ລ້ານກີບ ເທົ່າກັບ 112,87% (ແຜນຮອດປີ 2025 ໃຫ້ໄດ້ 28,99 ລ້ານກີບ) ຫຼື ເທົ່າກັບ 1.850 ໂດລາສະຫະລັດ (ແຜນ 3.284 ໂດລາສະຫາລັດ, ອັດຕາແລກປ່ຽນ 8.828 ກີບ/ໂດລາສະຫະລັດ).

ທ່ານເຈົ້າແຂວງຄຳມ່ວນ ກ່າວຕື່ມວ່າ: ເຖິງວ່າເສດຖະກິດຂອງແຂວງ ຈະມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ຍັງມີບາງວຽກງານຈຸດສຸມຈຳນວນໜຶ່ງ ທີ່ອົງການປົກຄອງແຂວງຈະຕ້ອງໄດ້ສຸມໃສ່ ເປັນຕົ້ນ:

  • ເພີ່ມທະວີປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃນທົ່ວແຂວງໃຫ້ແຂງແຮງຂຶ້ນກວ່າເກົ່າ
  • ປັບປຸງແກ້ໄຂສິ່ງທີ່ຍັງອຸດຕັນ ກີດຂວາງ ໃຫ້ແກ່ການລົງທຶນຂອງເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ
  • ສຸມໃສ່ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸ ແລະ ລື່ນແຜນການ
  • ຊຸກຍູ້ ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນຳເຂົ້າໃຫ້ແຂງແຮງ ແລະ ແທດເຖິງ
  • ຕິດຕາມ ເຝົ້າລະວັງການປ່ຽນແປງຂອງດິນຟ້າອາກາດ ລະດັບນໍ້າ ໃຫ້ທັນກັບສະພາບການ ເພື່ອກຽມຄວາມພ້ອມຮັບມືຕ້ານແລ້ງ, ຕ້ານຖ້ວມ ທີ່ອາດຈະເກີດຂຶ້ນ
  • ເພີ່ມທະວີການຄຸ້ມຄອງລາຄາສິນຄ້າ ທີ່ສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດຂອງປະຊາຊົນ
  • ເພີ່ມທະວີການຄຸ້ມຄອງ, ຕິດຕາມ, ກວດກາ ການຂຸດຄົ້ນ-ສົ່ງອອກແຮ່ທາດຕ່າງໆ ໃຫ້ປະຕິບັດຕາມສັນຍາ ແລະ ລະບຽບກົດໝາຍຢ່າງເຂັ້ມງວດ.

ແຫຼ່ງຂ່າວ ແຂວງຄຳມ່ວນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...