Homeຂ່າວຕ່າງປະເທດອິນເດຍກາຍເປັນປະເທດທີ 4 ທີ່ສາມາດໄປຢຽບດວງເດືອນ

ອິນເດຍກາຍເປັນປະເທດທີ 4 ທີ່ສາມາດໄປຢຽບດວງເດືອນ

Published on

ອິນເດຍສົ່ງຍານອະວາກາດລົງຈອດເທິງເດືອນໄດ້ແລ້ວ ແລະ ກາຍເປັນປະເທດທີ 4 ຂອງໂລກທີ່ປະຕິບັດໜ້າທີ່ດັ່ງກ່າວໄດ້ສຳເລັດໃນວັນພຸດທີ່ຜ່ານມາ.

ໃນວັນທີ 23 ສິງຫາ 2023 ຈາກການປະຕິບັດໜ້າທີ່ນີ້ ໄດ້ເນັ້ນຍ້ຳສະຖານະຂອງອິນເດຍໃນຖານະປະເທດມະຫາອຳນາດລະດັບໂລກໃນອະວາກາດໄດ້ ເພາະກ່ອນໜ້ານີ້ ມີພຽງແຕ່ ສະຫະລັດອາເມຣິກາ ຈີນ ແລະ ຣັດເຊຍ ເທົ່ານັ້ນ ທີ່ສາມາດສົ່ງຍານອະວາກາດລົງໄປຈອດເທິງດວງເດືອນໄດ້ສຳເລັດ.

ສຳລັບຈຸດລົງຈອດຂອງຍານອະວາກາດຊື່ Chandrayaan-3 ຍັງຢູ່ໃກ້ກັບຂົ້ວໂລກໃຕ້ຂອງດວງເດືອນຫຼາຍກວ່າຍານອະວາກາດອື່ນທີ່ເຄີຍສຳຫຼວດມາ ໂດຍບໍລິເວນຂົ້ວໂລກໃຕ້ ຖືໄດ້ວ່າເປັນພື້ນທີ່ ທີ່ໜ້າສົນໃຈທາງວິທະຍາສາດ ແລະ ທາງຍຸດທະສາດທີ່ສຳຄັນສຳລັບປະເທດທີ່ເດີນທາງໃນອະວາກາດ ເນື່ອງຈາກວ່ານັກວິທະຍາສາດເຊື່ອວ່າພື້ນທີ່ນີ້ ເປັນທີ່ຕັ້ງຂອງແຫຼ່ງສະສົມນ້ຳແຂງ.

ແຫຼ່ງຂ່າວ CNN

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...