Homeຂ່າວຕ່າງປະເທດຈີນ-ຮັດເຊຍ ປຶກສາຫາລືໃນການເຮັດຟຣີວີຊ້າທ່ອງທ່ຽວ

ຈີນ-ຮັດເຊຍ ປຶກສາຫາລືໃນການເຮັດຟຣີວີຊ້າທ່ອງທ່ຽວ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 22 ສິງຫາ 2023 ນີ້ວ່າ: ທ່ານ ເຊິນ ໂປຮຸຍ ຜູ້ຊ່ວຍກົງສູນຈີນປະຈຳເມືອງຄາຊານ ໃນຣັດເຊຍ ໄດ້ລະບຸວ່າ: ລັດຖະບານທັງສອງປະເທດຢູ່ລະຫວ່າງການພິຈາລະນາຄວາມເປັນໄປໄດ້ທີ່ຈະເປີດຟຣີວີຊ້າທ່ອງທ່ຽວລະຫວ່າງ ຈີນ-ຣັດເຊຍ ໃນອານາຄົດລັງຈາກກ່ອນໜ້ານີ້ໄດ້ເປີດຟຣີວີຊ້າແກ່ນັກທ່ອງທ່ຽວແບບທົວແລ້ວ, ສະນັ້ນການຈະດຳເນີນການໄດ້ກໍຕ້ອງແກ້ບັນຫາໃນເລື່ອງຄວາມໝັ້ນຄົງຂອງສອງປະເທດ.

ທັງນີ້, ລັດ​ຖະ​ບານ​ຈີນ​ ແລະ ຣັດ​ເຊຍ​ໄດ້​ຕົກ​ລົງ​ທີ່​ຈະ​ໃຫ້​ຟຣີວີຊ້າ​ແກ່​ນັກ​ທ່ອງ​ທ່ຽວ​ເປັນ​ກຸ່ມ. ໂດຍມີຕົວເລກຕັ້ງແຕ່ 5 ຫາ 50 ຄົນເມື່ອຕົ້ນເດືອນສິງຫານີ້ ຫຼັງຈາກໄດ້ໂຈະການອອກວີຊ້າໄປທ່ຽວແບບບໍ່ເສຍຄ່າເປັນກຸ່ມໃນປີ 2020 ເນື່ອງຈາກການແຜ່ລະບາດຂອງໄວຣັດ COVID-19, ລັດຖະບານຣັດ​ເຊຍ​ໄດ້​ອະນຸຍາດ​ໃຫ້​ຄົນ​ຕ່າງປະ​ເທດ​ຈາກ 55 ປະ​ເທດ (ສຳລັບ​ເອີຣົບ, ອາຊີ​ຕາ​ເວັນ​ອອກ​ ແລະ​ ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້) ຂໍວີຊ້າ​ທ່ອງ​ທ່ຽວ​ເອ​ເລັກ​ໂຕຼນິກຂອງຣັດ​ເຊຍ 16 ວັນ ສ່ວນນັກທ່ອງທ່ຽວ​ຕ່າງປະ​ເທດ​ມາ​ທ່ຽວຣັດ​ເຊຍໃນປີນີ້ 187,000 ຄົນ, ​ເພີ່ມ​ຂຶ້ນ 130% ​ເມື່ອ​ທຽບ​ໃສ່​ປີ 2022, ​ແຕ່​ຍັງ​ຕ່ຳ​ກວ່າ​ໄລຍະ​ກ່ອນ​ເວລາ​ໂຄ​ວິດ-19 ​ເຖິງ 16,5 ​ເທົ່າ.

ທີ່ມາ: ໄທລັດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...