spot_img
Homeຂ່າວຢາເສບຕິດຕິດຢາສູບໄຟຟ້າ 3 ປີ ສຸດທ້າຍເປັນພະຍາດປອດອັບເສບເສຍຊີວິດ

ຕິດຢາສູບໄຟຟ້າ 3 ປີ ສຸດທ້າຍເປັນພະຍາດປອດອັບເສບເສຍຊີວິດ

Published on

ໃນວັນທີ 22 ສິງຫາ 2023 ຜ່ານມາ, ທ່ານ ດຣ ທອງພູນ ໝື່ນພິລົມ ຫົວໜ້າພະແນກພາຍໃນ ໂຮງໝໍມິດຕະພາບ (150ຕຽງ ) ໄດ້ເປີດເຜີຍຂໍ້ມູນກ່ຽວກັບ ສະຖິຕິກຸ່ມຄົນທີ່ເປັນພະຍາດປອດອັກເສບທີ່ເກີດຈາກການສູບຢາສູບໄຟຟ້າ ທ່ານໃຫ້ຮູ້ວ່າ: ໃນປັດຈຸບັນຢາສູບໄຟຟ້າ ແມ່ນແຜ່ລາມຫຼາຍໃນກຸ່ມໄວໜຸ່ມ ແລະ ນັບມື້ຍິ່ງເພີ່ມທະວີຂຶ້ນຫຼາຍ ເລີ່ມຈາກປີ 2020 ເປັນຕົ້ນມາ ໃນໂຮງໝໍ ມິດຕະພາບແມ່ນພົບກໍລະນີຄົນເຈັບທາງເດີນຫາຍໃຈ ເປັນພະຍາດປອດອັກເສບຮຸນແຮງມີ 2 ກໍລະນີ, ໃນນີ້ມີ 1 ກໍລະນີ ເປັນເພດຍິງອາຍຸປະມານ 20 – 25 ປີ ມີອາການແໜ້ນໜ້າເອິກ, ຫາຍໃຈຝຶດ, ຫາຍໃຈບໍ່ອອກ, ໄອແຫ້ງ ແລະ ເຈັບຄໍ ທ່ານໝໍຈື່ງໄດ້ສ່ອງລັງສີ (XRay) ຈື່ງພົບເນື້ອປອດ 90 ເປີເຊັນເປັນສີຂາວ, ສອບຖາມຜູ້ປົກຄອງຈື່ງຮູ້ວ່າຜູ້ກ່ຽວແມ່ນສູບຢາສູບໄຟຟ້າມາເປັນເວລາ 2-3 ປີ ແລ້ວ, ພາຍຫຼັງນອນປິ່ນປົວຢູ່ໂຮງໝໍໄດ້ 3-4 ວັນກໍ່ເສຍຊີວິດ.

ກຸ່ມຄົນທີ່ເປັນພະຍາດປອດອັກເສບທີ່ເກີດຈາກການສູບຢາສູບໄຟຟ້າ ເບື້ອງຕົ້ນຈະມີອາການຄື: ຄໍແຫ້ງ, ປາກແຫ້ງ, ວິນຫົວ, ປວດຮາກ, ໄອແບບແຫ້ງໆ. ຖ້າຍັງສືບຕໍ່ສູບໄລຍະຍາວ ສ່ຽງຕໍ່ເສັ້ນເລືອດຫົວໃຈ, ພາໃຫ້ເສັ້ນເລືອດຫົວໃຈແຂງ, ເປັນພະຍາດລະບົບທາງເດີນຫາຍໃຈ,ປອດອັກເສບ, ຫຼອດປອດອັກເສບ, ມີອາການຊັກເກີດຈາກສະໝອງມີສານຕົກຄ້າງ, ຖ້າເກີດມີອາການທີ່ກ່າວມານັ້ນ ຕ້ອງຮີບຮ້ອນໄປພົບແພດໝໍໂດຍດ່ວນ.

ທ່ານຍັງໄດ້ເປີດເຜີຍຂໍ້ມູນຈາກອົງການອະນາໄມໂລກ ( WHO ) ກ່ຽວກັບກຸ່ມຄົນທີ່ເປັນພະຍາດ ປອດອັກເສບ ທີ່ເກີດຂື້ນຈາກການສູບ ຢາສູບໄຟຟ້າໄລຍະເວລາ 1 ປີ ໃນ 50 ລັດຂອງ ສະຫະລັດ ອາເມລິກາມີ 2.807 ຄົນທີ່ຕ້ອງນອນປິ່ນປົວໃນໂຮງໝໍ ແລະ ມີຈຳນວນເພີ່ມຫຼາຍຂຶ້ນຈົນພາໃຫ້ເສຍຊີວິດ 68 ຄົນ; ສະເລ່ຍອາຍຸ ແມ່ນຢູ່ລະຫວ່າງ 15-70 ປີ, ໂດຍອົງການອະນາໄມໂລກໄດ້ສະຫຼຸບສັງລວມ ເກນອາຍຸທີ່ສູບຢາກສູບໄຟຟ້າຫຼາຍ ໃນນີ້ 15% ອາຍຸຕໍ່າກວ່າ 18ປີ, 38% ອາຍຸລະຫວ່າງ 18 – 24ປີ, 24% ອາຍຸ 25-35 ປີ, 25% ອາຍຸ 35 ປີຂື້ນໄປ, ແຕ່ໃນ ສປປ ລາວເຮົາແມ່ນຍັງບໍ່ທັນໄດ້ ເກັບກຳຂໍ້ມູນລະອຽດເທື່ອ, ກຸ່ມຄົນທີ່ສູບຢາໄຟຟ້າໃນກຸ່ມອາຍຸສູງແມ່ນຍ້ອນຢາກເຊົາຢາຈື່ງສູບ ຢາສູບໄຟຟ້າທົດແທນ, ສ່ວນກຸ່ມໄວໜຸ່ມ ແມ່ນຍ້ອນຢາກລອງ, ຢາກຮູ້ ແລະ ຈາກການຊັກຊວນຂອງ ໝູ່ເພື່ອນ, ແຕ່ໃນປັດຈຸບັນນີ້ ພັກ-ລັດເຮົາແມ່ນເລັງເຫັນໃນໂທດຂອງພວກມັນ ຊຶ່ງຈັດເຂົ້າເປັນສິ່ງເສບຕິດ ແລະ ໄດ້ອອກກົດໝາຍຄຸ້ມຄອງ ແລະ ວາງມາດຕະການຕໍ່ຜູ້ທີ່ຊື້-ຂາຍ, ມີໄວ້ໃນຄອບຄອງ ຢາສູບໄຟຟ້າ.

ທີ່ມາ: Lao Youth

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...