spot_img
Homeຂ່າວການພັດທະນາວາງສີລາເລີກໂຄງການກໍ່ສ້າງ ສະຖານີຄ່ຽນຖ່າຍຂີ້ເຫຍື້ອ

ວາງສີລາເລີກໂຄງການກໍ່ສ້າງ ສະຖານີຄ່ຽນຖ່າຍຂີ້ເຫຍື້ອ

Published on

20141128131048

 

ພິທີ​ວາງ​ສີ​ລາ​ເລີກ​ໂຄງການກໍ່ສ້າງ​ ສະຖານີ​ຄ່ຽນ​ຖ່າຍ​ຂີ້​ເຫຍື້ອ ໄດ້​ມີ​ຂຶ້ນ​ວັນ​ທີ 28 ພະຈິກ 2014 ຢູ່​ໂຄງການ​ດັ່ງກ່າວ

(ບ້ານ​ນາ​ໄຫ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງວຽງ​ຈັນ) ໂດຍ​ມີ​ທ່ານ ແກ້ວ​ພິລາວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງນະຄອນ

ຫຼວງ ທ່ານ ໄຮ​ດິ​ຢູ​ກິ ໂອນິ​ຊິ ທີ່​ປຶກສາ​ທູດ​ຍີ່ປຸ່ນ​ ປະຈຳ​ລາວ ພ້ອມ​ພະນັກງານ​ກ່ຽວຂ້ອງ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

 

ການ​ກໍ່ສ້າງ​ສະຖານີ​ຄ່ຽນ​ຖ່າຍຂີ້​ເຫຍື້ອ​ຢູ່​ນະຄອນຫຼວງ ແມ່ນ​ໄດ້ຈັດ​ຕັ້ງ​ປະຕິບັດ​ພາຍ​ໃຕ້​ໂຄງການຊ່ວຍເຫຼືອ​ລ້າ ໂຄງ

ການ​ປັບປຸງການ​ຄຸ້ມ​ຄອງ​ຂີ້​ເຫຍື້ອ​ໃນ​ຕົວເມືອງ​ທີ່​ມີ​ຄວາມ​ຍືນ​ຍົງ​ ດ້ານ​ສິ່ງແວດ​ລ້ອມ ໂດຍ​ການ​ສະໜັບ​ສະໜູນ​ທຶນ​

ຈາກ​ລັດຖະບານ​ຍີ່ປຸ່ນ ບົນ​ພື້ນຖານ​ການ​ແລກປ່ຽນ​ບົດບັນທຶກລະຫວ່າງລັດຖະບານແຫ່ງ ​ສປປ ລາວ ແລະ ລັດ​ຖະ

ບານ​ປະເທດ​ຍີ່ປຸ່ນ ໃນ​ວັນ​ທີ 4 ມີນາ 2014 ແລະ ຂໍ້​ຕົກລົງກ່ຽວ​ກັບ​ການ​ໃຫ້​ທຶນ​ຊ່ວຍເຫຼືອລ້າ ລະຫວ່າງ​ອົງການ​ຮ່ວມ​

ມື​ສາກົນແຫ່ງ​ປະເທດ​ຍີ່ປຸ່ນ (ໄຈ​ກາ) ແລະ ລັດຖະບານ​ລາວ ໃນ​ວັນ​ທີ 11 ມີນາ 2014 ລວມ​ມູນ​ຄ່າການ​ຊ່ວຍເຫຼືອທັງ​

ໝົດ 1.384 ລ້ານ​ເຢັນ ຫຼື ປະມານ 94.199 ຕື້​ກີບ ຈຸດປະສົງ​ຂອງ​ໂຄງການ ເພື່ອ​ປັບປຸງ​ການ​ຄຸ້ມ​ຄອງ​ຂີ້​ເຫຍື້ອຢູ່​ນະ

ຄອນຫຼວງ​ວຽງ​ຈັນ ຫຼວງ​ພະບາງ ແລະ ໄຊ​ຍະ​ບູ​ລີ ໂດຍ​ຜ່ານການ​ຈັດ​ຊື້​ພາຫະນະ​ໃໝ່ ເພື່ອຍົກ​ລະດັບ​ຂີດ​ຄວາມ​ສາ

ມາດໃນ​ການ​ເກັບ​ຂີ້​ເຫຍື້ອ ເຄື່ອງ​ກົນຈັກ​ໜັກ ການ​ສ້າງ​ສະຖານີ​ຄ່ຽນຖ່າຍ​ຂີ້​ເຫຍື້ອ ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງ

​ວຽກ​ຢູ່​ນະຄອນຫຼວງວຽງ​ຈັນ ແລະ ສະໜັບສະໜູນທາງ​ດ້ານ​ເຕັກນິກ​ວິຊາ​ການ ເພື່ອບັນລຸ​ຄວາມ​ຍືນ​ຍົງ​ທາງ​ດ້ານ

ການ​ດຳເນີນ​ງານ ແລະ ບຳລຸງຮັກສາ​ສະຖານີ​ຄ່ຽນ​ຖ່າຍ​ຂີ້ເຫຍື້ອ ເພື່ອ​ຮອງ​ຮັບ​ປະຊາກອນ​ທີ່ຈະ​ເພີ່ມ​ຂຶ້ນ ແລະ ການ​

ເຕີບ​ໂຕຂອງ​ເສດຖະກິດ​ໃນ​ປີ 2020 ອົງການ​ພັດທະນາ ແລະ ບໍລິຫານຕົວ​ເມືອງ​ວຽງ​ຈັນ ໄດ້​ບຸກເບີກ​ສະໜາມ​ໂຄງ

ການ ໄດ້​ກໍ່ສ້າງ​ເສັ້ນທາງ​ເຂົ້າ​ສູ່​ສະໜາມ ສະໜອງ​ລະບົບ​ນ້ຳ​ປະປາ ແລະ ລະບົບ​ໄຟຟ້າໃຫ້​ແກ່​ສະໜາມ​ໂຄງການ ​ກ່ອນ

ເລີ່ມ​ຕົ້ນ​ການ​ກໍ່ສ້າງ​ສະຖານີຄ່ຽນ​ຖ່າຍ​ຂີ້​ເຫຍື້ອ ໃນ​ເດືອນ​ພະຈິກ 2014.

 

ການ​ກໍ່ສ້າງ​ສະຖານີ​ຄ່ຽນ​ຖ່າຍຂີ້​ເຫຍື້ອ ​ຈະ​ສຳເລັດ​ໃນ​ທ້າຍເດືອນ​ພະຈິກ ປີ 2015 ແລະ ການ​ສະໜັບສະໜູນ​ທາງ​ດ້ານ

ເຕັກນິກ​ວິຊາ​ການ ເພື່ອ​ບັນລຸຄວາມ​ຍືນ​ຍົງ​ທາງ​ດ້ານ​ການ​ດຳເນີນ​ງານ ແລະ ບຳລຸງ​ຮັກສາສະຖານີ​ຄ່ຽນ​ຖ່າຍ​ຂີ້​ເຫຍື້ອ

​ຈະ​ໄດ້ຈັດ​ຂຶ້ນ​ນັບ​ແຕ່​ຕົ້ນ​ເດືອນພະຈິກຫາ​ກາງ​ເດືອນທັນວາ ປີ 2015.

 

​ແຫ​ລ່ງຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...