Homeຂ່າວພາຍ​ໃນ"ນ້ອງຮັກ" ຮູບເງົາລາວຖືກສາຍໃນ Netflix ແລ້ວ

“ນ້ອງຮັກ” ຮູບເງົາລາວຖືກສາຍໃນ Netflix ແລ້ວ

Published on

ຮູບເງົາສະຫຍອງຂວັນລາວ ເລື່ອງ “Dearest Sister” ຫຼື ນ້ອງຮັກ ໄດ້ປ່ອຍໃຫ້ຮັບຊົມແລ້ວຜ່ານ Netflix ເຊິ່ງເປັນຮູບເງົາທີ່ສອງ ທີ່ມາຈາກ Mattie Do ຜູ້ສ້າງຮູບເງົາຊາວອາເມຣິກາ ເຊື້ອສາຍລາວ.

ພາຍຫຼັງທີ່ຮູບເງົາ The Long Walk ບໍ່ມີວັນຈາກ ມີໃຫ້ຮັບຊົມໃນເດືອນສິງຫາ 2022 ແລ້ວ ຂະນະນີ້ຮູບເງົາລາວອີກເລື່ອງກໍຄື Dearest Sister ກໍຮັບຊົມໄດ້ແລ້ວທາງ Netflix ເຊັ່ນກັນ.

ຮູບເງົານີ້ເຂົ້າສາຍໃນໂຮງຮູບເງົາປະເທດລາວ ໃນເດືອນພຶດສະພາ ປີ 2017 ຄື Major Platinum Cineplex ແລະ ITECC Mall Cineplex ໃນນະຄອນຫຼວງວຽງຈັນ ລວມໄປເຖິງປະເທດໄທ.

ເຊິ່ງຮູບເງົານີ້ ບັນລະຍາຍເລື່ອງລາວຂອງນົກ ເດັກຍິງທີ່ຢູ່ຊົນນະບົດ ໄດ້ເຂົ້າມາເບິ່ງແຍງ ອະນາ ພີ່ນ້ອງຂອງລາວທີ່ກຳລັງເສຍ, ໃນທຸກໆມື້ເບິ່ງຄືຈະບໍ່ມີຫຍັງ ຈົນນົກ ໄດ້ຮູ້ວ່າ ອະນາ ສາມາດເຫັນວິນຍານໄດ້ ແລະ ຍິ່ງໄປກວ່ານັ້ນ ວິນຍານເຫຼົ່ານີ້ມາບອກເລກອີກ.

ໃນການໃຫ້ສຳພາດຂອງຜູ້ສ້າງຮູບເງົາ ກ່າວວ່າ: ການເລົ່າເລື່ອງໄດ້ຮັບແຮງບັນດານໃຈຈາກວັດທະນະທຳທີ່ມີຮ່ວມກັນຂອງ ລາວ, ໄທ, ຈີນ ແລະ ຍັງມີທາງພາກໃຕ້ຂອງອິຕາລີ, ທີ່ກ່ຽວກັບຜີບອກເລກ ລວມເຖິງປະສົບການສ່ວຕົວຂອງລາວທີ່ມັກຈະຖືກຖາມກ່ຽວກັບເລກ ພາຍຫຼັງທີ່ແມ່ເສຍຊີວິດ, ໂດຍຖືກຖາມວ່າ ແມ່ມາເຂົ້າຝັນບອກເລກບໍ.

ຮູບເງົາໄດ້ຖືກເລືອກໃຫ້ເຂົ້າຮ່ວມງານເທສະການເມືອງຄານ ປີ 2014 ໂດຍເປັນສ່ວນໜຶ່ງຂອງໂຄງການ La Fabrique des Cinémas du Monde ແລະ ເປັນຮູບເງົາທີ່ເຂົ້າຍາດລາງວັນອອດສ໌ກາຄັ້ງທຳອິດຂອງລາວ ໃນປີ 2016 ໃນປະເພດຮູບເງົາພາສາຕ່າງປະເທດທີ່ດີທີ່ສຸດ ໃນງານປະກາດລາງວັນ ຄັ້ງທີ 90.

Mattie Do ຜູ້ສ້າງຮູບເງົາຍິງຄົນທຳອິດຂອງລາວ ກຳລັງເຮັດວຽກໃນໂຄງການໃໝ່ ໂດຍຮ່ວມມືກັບຜູ້ກຳກັບ ແລະ ນັກດົນຕີນາໆຊາດຫຼາຍຄົນ.

ແຫຼ່ງຂ່າວ The Laotian Times

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...