spot_img
Homeຂ່າວພາຍ​ໃນການນຳພັກ-ລັດ ເຂົ້າວາງພວງມາລາ ໃນໂອກາດວັນຊາດ ຄົບຮອບ 39 ປີ

ການນຳພັກ-ລັດ ເຂົ້າວາງພວງມາລາ ໃນໂອກາດວັນຊາດ ຄົບຮອບ 39 ປີ

Published on

20141128134604

 

ການ​ນຳ​ພັກ-ລັດ ໄດ້​ເຂົ້າ​ວາງພວງມາລາ ຢູ່​ອະນຸສາວະລີ ນັກຮົບ​ນິລະນາມ ແລະ ວາງ​ກະຕ່າ​ດອກ​ໄມ້ ຕໍ່ໜ້າ​ຮູບ​ຫຼໍ່​

ປະທານ ໄກສອນ ພົມວິຫານ ຜູ້ນຳ​ທີ່​ແສນເຄົາລົບ​ຮັກ​ຂອງ​ປວງ​ຊົນ​ລາວ​ທັງຊາດ ທີ່​ພິ​ພິ​ທະ​ພັນ ໄກສອນ ພົມ​ວິ

ຫານ ໃນ​ໂອກາດ​ວັນ​ສະຖາປະນາ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ຄົບຮອບ 39 ປີ (2 ທັນວາ 1975-

2 ທັນວາ 2014) ເຊິ່ງ​ພິທີ​ດັ່ງກ່າວ ​ມີ​ຂຶ້ນ​ໃນວັນ​ທີ 28 ພະຈິກ ຜ່ານ​ມາ.

 

ຈຸດປະສົງ​ຂອງ​ການ​ເຂົ້າ​ວາງພວງມາລາ ແລະ ກະຕ່າ​ດອກໄມ້​ຄັ້ງ​ນີ້ ແມ່ນ​ເພື່ອ​ລະນຶກ​ເຖິງຄຸນງາມຄວາມດີຂອງ​

ບັນດານັກຮົບ​ປະຕິວັດ ລວມ​ໄປ​ເຖິງ​ພໍ່ແມ່​ປະຊາຊົນ​ລາວ​ບັນດາເຜົ່າ ຜູ້​ທີ່​ໄດ້​ເສຍສະຫຼະ​ເລືອດ​ເນື້ອ ​ໃນຂະ​ບວນ​

ການ​ຕໍ່ສູ້​ກູ້​ຊາດ​ກັບ​ພວກລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ແລະ ໃໝ່ ໂດຍ​ສະເພາະ​ແມ່ນປະທານ ໄກສອນ ພົມວິຫານ

ພ້ອມ​ບັນດາການ​ນຳ ໄດ້​ເອົາໃຈໃສ່​ໃນ​ການປຸກລະດົມ​ປະຊາຊົນ​ລາວ​ບັນດາເຜົ່າ ພາຍ​ໃຕ້​ຄັນ​ທຸງ​ຂອງ​ພັກ​ປະຊາ​

ຊົນ​ປະຕິວັດ​ລາວ ຈົນ​ສາມາດ​ໄດ້​ຮັບ​ໄຊຊະນະຄັ້ງ​ຍິ່ງ​ໃຫຍ່ ໃນ​ວັນ​ທີ 2 ທັນວາ 1975 ພ້ອມ​ນັ້ນ​ກໍ່​ຍັງ​ໄດ້​ສືບຕໍ່​ນຳພາ​

ປະຊາຊົນ​ລາວ​ບັນດາເຜົ່າ ປະຕິ​ບັດ​ສອງ​ໜ້າທີ່​ຍຸດ​ທະ​ສາດຄື: ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ

​ຊາດ ເຮັດ​ໃຫ້ຕະຫຼອດ​ໄລຍະ 39 ປີຜ່ານ​ມາ ປະເທດ​ຊາດ​ເຮົາ​ໄດ້​ຮັບ​ການ​ພັດທະ​ນາ​ຂຶ້ນ​ເປັນ​ກ້າວໆ.

 

ບັນດາ​ຄະນະ​ທີ່​ເຂົ້າ​ວາງພວງມາລາ ແລະ ກະຕ່າ​ດອກ​ໄມ້ ປະກອບ​ມີ: ຄະນະ​ບໍລິຫານ​ງານສູນ​ກາງ​ພັກ ນຳ​ໂດຍ​ສະ

ຫາຍ ຈູມ​ມາລີ ໄຊ​ຍະ​ສອນ ເລຂາ​ທິການ​ໃຫຍ່ ຄະນະ​ບໍລິຫານ​ງານສູນ​ກາງ​ພັກ ປະທານ​ປະເທດ ສະພາ​ແຫ່ງ​ຊາດ

ນຳ​ໂດຍ ສະຫາຍ ນາງ ປານີ ຢາ​ທໍ່​ຕູ້ ກຳມະການກົມ​ການເມືອງ​ສູນ​ກາງ​ພັກ ປະທານ​ສະພາ​ແຫ່ງ​ຊາດ ຄະນະ​ລັດ

ຖະ​ບານ ນຳ​ໂດຍ​ສະຫາຍ ທອງສິງ ທຳ​ມະ​ວົງ ກຳມະການ​ກົມການເມືອງ​ສູນ​ກາງ​ພັກ ນາຍົກລັດຖະມົນຕີ ກະຊວງ​

ປ້ອງ​ກັນ​ປະເທດ ນຳ​ໂດຍ​ສະຫາຍ ພົນ​ໂທ ແສງ​ນວນ ໄຊ​ຍະ​ລາດ ເລຂາ​ທິການ​ສູນ​ກາງ​ພັກ ລັດຖະມົນຕີ​ວ່າການ​

ກະຊວງ​ປ້ອງ​ກັນ​ປະເທດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ນຳໂດຍ ສະຫາຍ ພົນ​ຈັດຕະວາ ສົມແກ້ວ ສີ​ລາ​ວົງ ກຳ

ມະການ​ສູນກາງ​ພັກ ຮັກສາ​ການ​ລັດ​ຖະ​ມົນຕີ​ວ່າການ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ ສູນ​ກາງ​ແນວລາວ​ສ້າງ​

ຊາດ ແລະ ອົງການ​ຈັດຕັ້ງ​ມະຫາຊົນ ນຳ​ໂດຍ ສະຫາຍ ​ສຈ.​ດຣ. ພັນ​ດວງ​ຈິດ ວົງສາ ກຳມະ​ການ​ສູນ​ກາງ​ພັກ ປະ

ທານ​ສູນກາງ​ແນວ​ລາວ​ສ້າງ​ຊາດ ແລະ ນະຄອນຫຼວງ​ວຽງ​ຈັນ ນຳ​ໂດຍ ສະຫາຍ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ກຳມະ

ການ​ສູນ​ກາງ​ພັກ ເຈົ້າຄອງ​ນະຄອນຫຼວງ​ວຽງ​ຈັນ.

 

​ແຫ​ລ່ງຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...