Homeຂ່າວຕ່າງປະເທດສານຕັດສິນພະຍາບານສາວ ທີ່ກໍ່ເຫດຂ້າເດັກນ້ອຍເກີດໃໝ່ 7 ສົບ

ສານຕັດສິນພະຍາບານສາວ ທີ່ກໍ່ເຫດຂ້າເດັກນ້ອຍເກີດໃໝ່ 7 ສົບ

Published on

ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ສິງຫາ 2023 ຜ່ານມາ, ສານຕັດສິນພະຍາບານສາວໃຈໂຫດຂໍ້ຫາຂ້າເດັກນ້ອຍເກີດໃໝ່ 7 ຄົນ ແລະ ພະຍາຍາມຂ້າອີກ 6 ຄົນ ນັບໄດ້ວ່າເປັນການຄາຕະກຳຕໍ່ເນື່ອງຄັ້ງທີ່ໂຫດຮ້າຍທີ່ສຸດ.

ຕາມການລາຍງານເຫດເກີດຂື້ນທີ່ໂຮງໝໍເຄົ້າເຕສ ອ໋ອບ ເຊສເຕີ ລະຫວ່າງເດືອນມິຖຸນາ 2015-ເດືອນມິຖຸນາ 2016, ນາງໄດ້ທຳຮ້າຍເດັກນ້ອຍເກີດໃໝ່ດ້ວຍການຊິດອາກາດເຂົ້າໃນກະແສເລືອດ ແລະ ຊ່ອງທ້ອງຜ່່ານທາງສາຍຢາງທາງດັງ ຫຼື ປ້ອນນົມຫຼາຍເກີນຄວາມຈຳເປັນ ແລະ ໃຊ້ກຳລັງທຳຮ້າຍ ແລະ ວາງຢາຜິດດ້ວຍອິນຊູລິນ ເຮັດໃຫ້ມີເດັກນ້ອຍເພດຊາຍເສຍຊີວິດ 5 ສົບ ແລະ ເພດຍິງອີກ 2 ສົບ.

ຢ່າງໃດກໍຕາມຫຼັງຈາກາກນພິຈາລະນາຄະດີ 10 ເດືອນຕັ້ງແຕ່ເດືອນຕຸລາ 2022, ໂດຍສານຈະຕັດສິນໃນວັນຈັນທີ 21 ສິງຫາ 2023 ເຊິ່ງຄາດວ່ານາງອາດຈະໄດ້ຮັບໂທດຈຳຄຸກຕະຫຼອດຊີວິດ, ນອກຈາກການຖືກຕັດສິນເລື່ອງຂ້າເດັກນ້ອຍເກີດໃໝ່ 7 ຄົນແລ້ວ ນາງຍັງຈະຖືກຕັດສິນໃນຄະດີພະຍາຍາມຂ້າເດັກນ້ອຍອີກ 6 ຄົນ.

ກ່ອນໜ້ານີ້ນາງໄດ້ຖືກຈັບໃນປີ 2018 ຫຼັງເຈົ້າໜ້າທີ່ກວດສອບຫາສາເຫດຂອງຍອດເດັກນ້ອຍຜູ້ເສຍຊີວິດໃນໂຮງໝໍເພີ່ມຂຶ້ນສູງຈົນຜິດປົກກະຕິ ເພາະກ່ອນນ້ານີ້ພະແນກເດັກເກີດໃໝ່ຂອງໂຮງໝລດັ່ງກ່າວມີບໍ່ຮອດ 3 ຄົນຕໍ່ປີທີ່ເສຍຊີວິດ, ຕໍ່ມາສາວພະຍາບານຄົນນີ້ຖືກຈັບເປັນຄັ້ງທີ 2 ໃນປີ 2019 ແລະ ໃນເດືອນພະຈິກ 2020 ໂດຍເຈົ້າໜ້າທີ່ພົບຫຼັກຖານສຳຄັນທີ່ເປັນຈົດໝາຍທີ່ຂຽກດ້ວຍລາຍມືຂອງນາງທີ່ມີເນື້ອໃນວ່າ: ຂ້ອຍບໍ່ຄວນມີຊີວິດຢູ່ ຂ້ອຍຕັ້ງໃຈຂ້າພວກເຂົາ ເພາະຂ້ອຍຍັງດີບໍພໍທີ່ຈະດູແລພວກເຂົາ ” ຂ້ອຍຄືຄົນຊົ່ວຮ້າຍ ແລະ ເປັນຕາຢ້ານ”

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...