Homeຂ່າວຢາເສບຕິດກັກໂຕຜູ້ຖືກຫາຄ້າ-ຂາຍໃບກະທ້ອມຢູ່ຫໍພັກກຳມະກອນ ຂອງບໍລິສັດແຫ່ງໜຶ່ງໃນແຂວງຄຳມ່ວນ

ກັກໂຕຜູ້ຖືກຫາຄ້າ-ຂາຍໃບກະທ້ອມຢູ່ຫໍພັກກຳມະກອນ ຂອງບໍລິສັດແຫ່ງໜຶ່ງໃນແຂວງຄຳມ່ວນ

Published on

ໃນເວລາ 13:50 ໂມງ,ຂອງວັນທີ 15 ສິງຫາ 2023 ຜ່ານມາ, ທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ, ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີກຸ່ມໄວລຸ້ມຈຳນນວນໜຶ່ງພາກັນມົ້ວສຸມຄ້າ-ຂາຍໃບກະທ້ອມຢູ່ໃນຫໍພັກ ກຳມະກອນ ຂອງບໍລິສັດຊີໂນ-ອາກຣີໂປຕາສ ເຂດບ້ານດົງໃຕ້ ເມືອງທ່າແຂກ, ແຂວງຄຳມ່ວນ.

ຈາກການລົງກວດຄົ້ນຫໍພັກກຳມະກອນຂອງໂຮງງານດັ່ງກ່າວ, ເຈົ້າໜ້າທີ່ພົບເຫັນແກັດໂຟມທີ່ບັນຈຸໃບກະທ້ອມ ຈຳນວນ 37 ຖົງ, ນໍ້າຢາແກ້ໄອ ຈຳນວນ 12 ແກ້ວ ແລະ ສາມາດກັກຕົວຜູ້ຖືກຫາໄດ້ 01 ຄົນມາດຳເນີນຄະດີ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ຈຶ່ງຮູ້ໄດ້ວ່າ ຜູ້ຖືກຫາຊື່: ທ້າວແຂກ ແສງອ່ອນສາ ອາຍຸ 22 ປີ, ອາຊີບກຳມະກອນ, ຢູ່ບ້ານ ປ່າກ້ວຍໜອງບອນ, ເມືອງໄຊບົວທອງ ແຂວງຄຳມ່ວນ, ຜູ້ກ່ຽວຍັງຮັບສາລະພາບຕື່ມອີກວ່າໃບກະທ໋ອມຈຳນວນດັ່ງກ່າວແມ່ນເປັນຂອງຕົນແທ້ ໄດ້ຊື້ມາຈາກກຸ່ມແກ໋ງດຽວກັນ ແລ້ວນຳມາຂ່າຍຕໍ່ ໃຫ້ກຳມະກ່ອນຢູ່ໂຮງານດັ່ງກ່າວ ຊຸດລະ 70.000ກີບ. ຕໍ່ກັບຄະດີດັ່ງກ່າວທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ພວມກຳລັງດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ຂະຫຍາຍຜົນຫາກຸ່ມແກ໋ງທີ່ຮ່ວມຂະບວນການກະທຳຜິດ ຄ້າຂາຍພືດທີ່ໃຫ້ສານເສບຕິດ ມາດຳເນີນຄະດີຕໍ່ໃປ.

ອ້າງອີງ: ຄວາມສະຫງົບແຂວງຄຳມ່ວນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...