Homeຂ່າວພາຍ​ໃນນະຄອນຫຼວງວຽງຈັນຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວສູງກວ່າ 2 ປີທີ່ຜ່ານມາ

ນະຄອນຫຼວງວຽງຈັນຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວສູງກວ່າ 2 ປີທີ່ຜ່ານມາ

Published on

ໃນໄລຍະທ້າຍສະໄໝ ນະຄອນຫຼວງວຽງຈັນ (ນວ) ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວສູງກວ່າ 2 ປີທີ່ຜ່ານມາ ແລະ ສູ້ຊົນເຮັດໃຫ້ໂຄງປະກອບເສດຖະກິດຫັນປ່ຽນໄປຕາມທິດທີ່ມີຄຸນນະພາບ ໂດຍຈະຊຸກຍູ້ສົ່ງເສີມການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ບັນລຸຕາມຄາດໝາຍ ເປັນຕົ້ນ ມູນຄ່າການສົ່ງອອກສິນຄ້າ ເພີ່ມຂຶ້ນບໍ່ໃຫ້ຫຼຸດ 18% ຕໍ່ປີ, ມູນຄ່າສິນຄ້ານໍາເຂົ້າເພີ່ມຂຶ້ນ ບໍ່ໃຫ້ເກີນ 8% ຕໍ່ປີ.

ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງ ນວ ລາຍງານໃຫ້ຮູ້ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນ ນວ ຊຸດທີ II ເມື່ອບໍ່ດົນນີ້ວ່າ: ສຳລັບ ທິດທາງຈຸດສຸມທ້າຍສະໄໝ ນວ ຈະສືບຕໍ່ປະຕິຮູບຂະແໜງການເງິນໃຫ້ເຂັ້ມແຂງ ແລະ ຍືນຍົງ, ຍົກສູງປະສິດທິພາບ ການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ, ນຳໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນວຽກງານການເງິນໃຫ້ເປັນຮູບປະທໍາ, ປັບປຸງ ແລະ ຂະຫຍາຍຖານລາຍຮັບພາຍໃນ ໃຫ້ເພີ່ມຂຶ້ນເທື່ອລະກ້າວ, ຮັກສາວິໄນແຜນການ-ການເງິນ ຢ່າງເຂັ້ມງວດ, ສຸມໃສ່ສ້າງນະໂຍບາຍພາສີ-ອາກອນ ໃຫ້ມີຄວາມຍຸຕິທໍາ ແລະ ຊຸກຍູ້ສົ່ງເສີມການລົງທຶນ ແລະ ການຜະລິດທຸລະກິດ, ປະຕິບັດລາຍຈ່າຍງົບປະມານ ຢ່າງປະຢັດມັດທະຍັດ, ມີຈຸດສຸມ ແລະ ສອດຄ່ອງກັບເປົ້າໝາຍການພັດທະນາ. ໃນນັ້ນ, ຈະສູ້ຊົນຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ຕາມຫຼັກໂພຊະນາການ ແລະ ປະກອບສ່ວນ ສ້າງຄັງແຮເຂົ້າແຫ່ງຊາດ, ສົ່ງເສີມ ແລະ ເລືອກເຟັ້ນການຜະລິດສິນຄ້າກະສິກໍາ ຕາມທິດຍືນຍົງ, ສະໜອງຄວາມຕ້ອງການວັດຖຸດິບ ໃຫ້ໂຮງງານອຸດສາຫະກຳປຸງແຕ່ງພາຍໃນ ແລະ ເປັນສິນຄ້າສົ່ງອອກ, ປົກປັກຮັກສາ ແລະ ຟື້ນຟູປ່າສະຫງວນແຫ່ງຊາດ 2 ແຫ່ງ, ປ່າຜະລິດ ແລະ ປ່າປ້ອງກັນ ໃຫ້ຄົບຖ້ວນ ແລະ ຍືນຍົງ.

ພ້ອມກັນນີ້, ຍັງຈະສືບຕໍ່ຊຸກຍູ້ບັນດາໂຄງການລົງທຶນຂອງລັດ ທີ່ໄດ້ຢຸດເຊົາຊົ່ວຄາວ (ໂຄງການລົງທຶນກ່ອນ) ໃຫ້ໄດ້ຮັບການຈັດຕັ້ງປະຕິບັດສຳເລັດໂດຍໄວ, ກໍ່ສ້າງສ້ອມແປງບັນດາເສັ້ນທາງໃນນະຄອນຫຼວງວຽງຈັນ ໃຫ້ຮັບປະກັນແກ່ການສັນຈອນໄດ້ດີຕະຫຼອດປີ ແລະ ສືບຕໍ່ຕິດຕາມການຂຶ້ນແຜນເພື່ອສ້ອມແປງເສັ້ນທາງ ເພື່ອຮັບໃຊ້ກອງປະຊຸມອາຊຽນທີ່ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບໃນປີ 2024 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ, ພ້ອມທັງ ຈະສືບຕໍ່ປະສານສົມທົບກັບກົມຂົວທາງ ຕິດຕາມ, ກວດກາສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ເໜືອ, ທາງເລກທີ 13 ໃຕ້, ເສັ້ນທາງເລກ 10 ແລະ ເສັ້ນທາງເລກ 11 ຕອນເໜືອ ໃຫ້ມີຄວາມຮັບປະກັນແກ່ການສັນຈອນໄດ້ດີຕະຫຼອດປີ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...