Homeຂ່າວພາຍ​ໃນຈັບຜູ້ກໍ່ເຫດຕຳແລ້ວໜີຢູ່ແຂວງຜົ້ງສາລີ

ຈັບຜູ້ກໍ່ເຫດຕຳແລ້ວໜີຢູ່ແຂວງຜົ້ງສາລີ

Published on

ໃນວັນທີ 1 ສິງຫາ 2023 ໄດ້ມີອຸບັດຕິເຫດລົດກະບະຕຳລົດຈັກ ຢູ່ເຂດບ້ານບຸນເໜືອ ເມືອງບຸນເໜືອ ແຂວງຜົ້ງສາລີ ເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 2 ຄົນ ແຕ່ຜູ້ຂັບຂີ່ລົດກະບະແມ່ນໄດ້ເອົາຕົວຫຼົບໜີໄປ. ພາຍຫຼັງທາງຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ ຜົ້ງສາລີ ໄດ້ຮັບແຈ້ງເຫດຈາກພົນລະເມືອງດີແລ້ວ ໄດ້ມອບໝາຍໃຫ້ທາງຄະນະພັກ-ຄະນະບັນຊາ ຫ້ອງຕຳຫຼວດຮີບຮ້ອນຊີ້ນຳພະແນກຈະລາຈອນຈັດຕັ້ງກຳລັງລົງຊັນນະສູດສະຖານທີ່ເກີດເຫດ ຈຶ່ງໄດ້ຮູ້ວ່າຜູ້ຂັບຂີ່ລົດຈັກຊື່ນາງ ສາວຈັນ ອາຍຸ 17 ປີ ອາຊີບ ນັກຮຽນ ເຊື້ອຊາດລາວ ສັນຊາດລາວ, ປັດຈຸບັນຢູ່ ບ້ານດອນຊາຍ ເມືອງບຸນເໜືອ ແຂວງຜົ້ງສາລີ ເປັນຜູ້ຂັບຂີ່ລົກຈັກ ແລະ ນາງພອນສີ ອາຍຸ 14 ປີ ອາຊີບ ນັກຮຽນ ປັດຈຸບັນຢູ່ບ້ານ ດອນຊາຍ ເມືອງ ບຸນເໜືອ ແຂວງ ຜົ້ງສາລີ ເປັນຜູ້ຊ້ອນທ້າຍລົດຈັກ.

อาจเป็นรูปภาพของ รถจักรยานยนต์, สกูตเตอร์ และ ข้อความ

ຜ່ານການລົງເກັບກໍາຂໍ້ມູນ ພົບເຫັນວັດຖຸສິ້ນສ່ວນຂອງລົດກະບະ ແລະ ລົດຈັກເປ່ເພຕົກເຮ່ຍໃນສະຖານທີ່ເກີດເຫດ, ຜູ້ຂັບຂີ່ລົດກະບະຂັບຂີ່ມາດ້ວຍຄວາມໄວສູງ ມາຕຳລົດຈັກເຮັດໃຫ້ຜູ້ຂັບຂີ່ລົດຈັກທັງສອງຄົນໄດ້ຮັບບາດເຈັບສາຫັດ ແລະ ເສຍຊິວີດຢູ່ໂຮງໝໍ ແຂວງຜົ້ງສາລີ ໃນເວລາຕໍ່ມາສ່ວນຜູ້ຂັບຂີ່ລົດກະບະແມ່ນໄດ້ເອົາຕົວຫຼົບໜີ.

ຫຼັງຈາກນັ້ນ, ພະແນກຈະລາຈອນ ປກສ ແຂວງ ກໍໄດ້ປະສານສົມທົບກັບໜ່ວຍງານຈະລາຈອນ ປກສ ເມືອງບຸນເໜືອ ລົງຕິດຕາມເປົ້າໝາຍຢູ່ຂອບເຂດ ເມືອງບຸນເໜືອ ແລະ ເມືອງຍອດອູ ຕົກມາຮອດວັນທີ 10 ສິງຫາ ຕຳຫຼວດຈະລາຈອນ ປກສ ແຂວງ ແລະ ໜ່ວຍງານຈະລາຈອນ ປກສ ເມືອງບຸນເໜືອ ຈື່ງສາມາດກັກຕົວ ທ້າວ ຢາເປີ ລາວຟາງ ອາຍຸ 23 ປີ ອາຊີບ ປະຊາຊົນ ເຊື້ອຊາດລາວ ສັນຊາດລາວ ຊົນເຜົ່າອາຄາ, ປັດຈຸບັນຢູ່ໜ່ວຍ 03 ບ້ານປາງຫົກເກົ່າ ເມືອງຍອດອູ ແຂວງຜົ້ງສາລີ ເຊິ່ງເປັນຜູ້ຂັບຂີ່ລົດກະບະ.

ไม่มีคำอธิบายรูปภาพ

ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ເປັນຜູ້ກໍ່ເຫດ ແລະ ເອົາຕົວຫຼົບໜີແທ້ ປັດຈຸບັນຜູ້ກ່ຽວໄດ້ຖືກກັກຕົວໄວ້ທີ່ຫ້ອງກັກຂັງຊົ່ວຄາວຂອງກອງບັນຊາການ ປກສ ເມືອງບຸນເໜືອ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

อาจเป็นรูปภาพของ 3 คน และ ข้อความ

ແຫຼ່ງຂ່າວ ປກສ ແຂວງຜົ້ງສາລີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...