spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ມ້າງກຸ່ມໄລ້ສົດເຕັ້ນໂຊຜ່ານສື່ອອນລາຍ

ເຈົ້າໜ້າທີ່ມ້າງກຸ່ມໄລ້ສົດເຕັ້ນໂຊຜ່ານສື່ອອນລາຍ

Published on

ອີງຕາມຂໍ້ມູນຂ່າວສານສັງຄົມອອນລາຍ ເປັນຕົ້ນແມ່ນ ເຟສບຸກ ແລະ ຕິກຕ໋ອກ ທີ່ເຜີຍແຜ່ຄີບວີດີໂອກ່ຽວກັບຄົນຕ່າງປະເທດໄດ້ລະດົມຂົນຂວາຍເອົາຍິງສາວຫຼາຍຄົນມາໄລ້ສົດເຕັ້ນໂຊ ລົງສື່ສັງຄົມອອນລາຍ.

ຕໍ່ກັບເຫດການດັ່ງກ່າວ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ເກັບຂໍ້ມູນຕົວຈິງເບື້ອງຕົ້ນ ເຖິງວັນທີ 28 ກໍລະກົດ 2023 ໄດ້ປະສານສົມທົບກັບພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດແຂວງ ໄຊຍະບູລີ ເຂົ້າກວດຄົ້ນເຮືອນເຊົ່າແຫ່ງໜຶ່ງຢູ່ເມືອງ ແລະ ແຂວງໄຊຍະບູລີ ໄດ້ພົບເຫັນຍິງສາວຈໍານວນ 8 ຄົນ, ຊາຍຄົນຕ່າງປະເທດ 2 ຄົນຄື: ທ້າວ ຕວນ ຈີເຫວີນ ອາຍຸ 33ປີ ແລະ ທ້າວ ຫຼິວ ຊີກົ່ວ ອາຍຸ 18 ປີ ທັງສອງເປັນຄົນສັນຊາດຈີນ ພ້ອມອຸປະກອນຕ່າງໆທີ່ປະກອບເຂົ້າໃນການໄລ້ສົດຢູ່ພາຍໃນເຮືອນດັ່ງກ່າວ.

ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ກັກຕົວທ້າວ ຕວນ ຈີເຫວີນ ແລະ ທ້າວ ຫຼີວ ຊີກົ່ວ ຜ່ານການສຶບສວນ-ສອບສວນເບື້ອງຕົ້ນ ທັງສອງໄດ້ຮັບສາລະພາບວ່າ: ໄດ້ມາເຊົ່າເຮືອນຫຼັງດັ່ງກ່າວ ຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈາກນັ້ນໄດ້ປະກາດຮັບເອົາຍິງສາວຜ່ານສື່ອອນລາຍເພື່ອມາໄລສົດເຕັ້ນໂຊຜ່ານແອບຕິກຕອ໋ກ ມີທີພັກອາໄສໃຫ້ ແລະ ເງິນເດືອນ 1.000.000 ກີບ/ເດືອນ (ໜຶ່ງລ້ານກີບ), ຖ້າຜູ້ໃດເຮັດວຽກໄດ້ດົນ ຫຼື ໃນຄະນະໄລ້ສົດຄົນທີ່ເຂົ້າມາເບິ່ງ ສົ່ງຂອງຂັວນໃຫ້ຫຼາຍ, ຄົນນັ້ນຈະໄດ້ຮັບເງິນເພີ່ມຕາມຈຳນວນຂອງຂັວນປະມານ 1.000.000 ກີບ ຫາ 1.500.000 ກີບ/ເດືອນ (ໜຶ່ງລ້ານຫາໜຶ່ງລ້ານຫ້າແສນກີບ) ສ່ວນລາຍຮັບຂອງທ້າວ ຕວນ ຈີເຫວີນ ໄດ້ຈາກການໄລ້ສົດປະມານ 100.000.000 ກີບ ຫາ 150.000.000 ກີບ/ເດືອນ (ໜຶ່ງຮ້ອຍລ້ານຫາໜຶ່ງຮ້ອຍຫ້າສິບລ້ານກີບ) ໃນການໄລ້ສົດນັ້ນແມ່ນເຮັດສອງຄັ້ງຕໍ່ມື້, ຄັ້ງທີ່ໜຶ່ງແມ່ນເລີ່ມແຕ່ເວລາ 13:00 ຫາ 17:00 ໂມງ, ຄັ້ງທີສອງເລີ່ມແຕ່ເວລາ 19:00 ຫາ 00:00 ໂມງ, ໃນການໄລ້ສົດແມ່ນທ້າວ ຕວນ ຈີເຫວີນ ແລະ ທ້າວ ຫຼິວ ຊີກົ່ວ ເປັນຄົນຖືກ້ອງພ້ອມທັງບັນຍາຍເປັນພາສາຈີນ ແລະ ໃຫ້ຍິງສາວປະຕິບັດຕາມຄຳແນະນໍາຂອງພວກກ່ຽວ, ເດັກຍິງທີ່ມາເຕັ້ນໂຊນັ້ນ ສ່ວນໃຫຍ່ມີອາຍຸຕໍ່າກວ່າ 18 ປີ, ການກະທໍາດັ່ງກ່າວແມ່ນຂັດຕໍ່ກົດໝາຍ ແລະ ວັດທະນະທໍາຂອງຊາດ, ຕໍ່ກັບຄະດີດັ່ງກ່າວ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກຳລັງສຶບຕໍ່ຂະຫຍາຍຜົນນໍາເອົາພັກພວກທີ່ຮ່ວມກັນກະທໍາຜິດມາດໍາເນີນຄະດີຕາມລະບຽບກົດໝາຍຂອງ ສປປ ລາວ.

ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ຈົ່ງເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນເອງ ໃຫ້ມີສະຕິລະວັງຕົວ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີມາຕົວະຍົວະຫຼອກລວງເອົາລູກຫຼານຂອງຕົນເອງໄປເຄື່ອນໄຫວໃນສິ່ງທີບໍ່ດີ.

ກໍລະນີພົບເຫັນພຶດຕິກໍາດັ່ງກ່າວໃຫ້ໂທຫາກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດເບິໂທສາຍດ່ວນ 1300 ແລະ ເບີໂທວັອດແອັບ 020 22881300.

ແຫຼ່ງຂ່າວ ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...