Homeຂ່າວພາຍ​ໃນສາວໃຫ້ໝູ່ຢືມລົດ ແຕ່ໝູ່ເອົາລົົດໄປເກີດອຸບັດຕິເຫດແລ້ວໜີ

ສາວໃຫ້ໝູ່ຢືມລົດ ແຕ່ໝູ່ເອົາລົົດໄປເກີດອຸບັດຕິເຫດແລ້ວໜີ

Published on

ຄວາມໄວ້ໃຈເຊິ່ງກັນແລະກັນເປັນສິ່ງທີ່ດີ ແຕ່ການໄວ້ໃຈຫຼາຍກໍອາດຈະສົ່ງຜົນເສຍໃຫ້ຕົນເອງ ຄືກັບກໍລະນີນີ້.

ໃນວັນທີ 10 ສິງຫາ 2023 ມີຜູ້ໃຊ້ເຟສບຸກຊື່ Phonexay Xokxay ໂພສຜ່ານເຟສບຸກກ່ຽວກັບ ໄດ້ປ່ອຍໃຫ້ໝູ່ຢືມລົດໄປ ແຕ່ໝູ່ເຮັດເກີດອຸບັດຕິເຫດ ສ້າງຄວາມເສຍຫາຍໜັກໃຫ້ແກ່ລົດຂອງຕົນ ເຊິ່ງໝູ່ທີ່ຢືມລົດໄປກໍບໍ່ສະແດງຄວາມເສຍໃຈ ຫຼື ຂໍໂທດແຕ່ຢ່າງ ຊ້ຳບໍ່ໜຳໝູ່ຍັງໜີໄປອີກ.

ໂດຍລະບຸເຈົ້າຂອງກໍລະບຸວ່າ: “ຈື່ໄວ້ເປັນບົດຮຽນ ຈື່ຈຳໃສ່ສະໝອງຈົນຕາຍ ຢ່າໄວ້ໃຈຄົນອື່ນນອກຈາກຄອບຄົວ ຍ້ອນຄວາມເກງໃຈໝູ່ໃຫ້ໝູ່ຢືມລົດໄປ ເຮັດເກີດອຸບັດຕິເຫດບໍ່ບອກຈັກຄຳ ບໍ່ມີຄວາມຮັບຜິດຊອບ, ຄັນຕົນເອງບໍ່ເຫັນ ບໍ່ຈື່ປ້າຍລົດກະຄືຊິຖ້າເຂົາມາສົ່ງລົດຕອນ 5 ໂມງແລງມື້ອື່ນ ຮູ້ຍ້ອນເກີດເຫດຢູ່ໜ້າເຮືອນຄົນ, ຂອບໃຈຄົນໂພສເຟສ, ຄົນໂທມາບອກ, ບໍ່ຊັ້ນບໍ່ຮູ້ຫຍັງຊ້ຳ. ຈື່ໄວ້ເດີ່ ໃຜຊິວ່າຂີ້ຖີ່ ໃຜຊິວ່າຄັບແຂບເຫັນແກ່ຕົວກະຢ່າ ບໍ່ຕ້ອງໃຫ້ໝູ່ ຫຼື ຄົນຮອບຕົວຢືມລົດເດັດຂາດ ດີທີ່ຄົນຢືມໄປບໍ່ຕາຍ ບໍ່ຊັ້ນຍັງພໍຫາເງິນຫາເງິນຕະຫຼອດຊີວິດ.”

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...