Homeຂ່າວພາຍ​ໃນປະຊາຊົນເວົ້າເຖິງເຫດການກັນເຈືອນແຕກ ທີ່ບ້ານເຂດບ້ານປ່າຝາງ

ປະຊາຊົນເວົ້າເຖິງເຫດການກັນເຈືອນແຕກ ທີ່ບ້ານເຂດບ້ານປ່າຝາງ

Published on

ໃນວັນທີ 10 ເດືອນສິງຫາ 2023, ເວລາ 02:00 ໂມງກາງຄືນ ເກີດເຫດກັນເຈື່ອນແຕກ ຢູ່ທ່າຈອມທອງ, ເຂດບ້ານປ່າຝາງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເນື່ອງຈາກຝົນຕົກຕິຕໍກັນຫຼາຍວັນ ເລີຍເຮັດໃຫ້ປະລິມານນໍ້າຂອງເພີ່ມຂຶ້ນສູງ.

ພໍ່ຕູ້ຍົມ ອາຍຸ 60ປີ ປະຊາຊົນຢູ່ບ້ານປ່າຝາງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ທີມງານລາວໂພສ ກ່ຽວກັບກໍລະນີກັນເຈືອນແຕກໂດຍລະບຸວ່າ: ຍ້ອນວ່າມີຝົນຕົກໜັກຕິດຕໍ່ກັນຫຼາຍມື້ເຮັດໃຫ້ປະລິມານນ້ຳຝົນນີ້ເພີ່ມຂຶ້ນຫຼາຍ ແລະ ອີກສາເຫດກໍເກີດຍ້ອນກັນເຈື່ອນບໍ່ໄດ້ມາດຕະຖານ ເນື່ອງຈາກມີການພູນດິນຂຶ້ນ ແລ້ວກໍຜ້າແລ້ວວາງດິນບ໋ອກທາງລຸ່ມເລີຍ, ແລະ ມີທາງແລ່ນລົດ ຫຼັງຈາກພູນດິນຂຶ້ນມັນຈະຕໍ່າເບື້ອງໜຶ່ງ ເວລານ້ຳມາຫຼາຍແລ້ວນ້ຳມັນຈະຊຶມແລ້ວດິນຈະຍຸບ ເມື່ອນ້ຳຂອງຂຶ້ນຈຶ່ງເຮັດໃຫ້ກັນເຈື່ອນແຕກ 1-3 ບ່ອນ ແລະ ເປັນຫ່ວງຢ່າງຍິ່ງເວລານ້ຳລົງ ຫຼື ແຫ້ງກັນເຈື່ອນຈະເປ່ເພໝົດ

ຖ້າແມ່ນກັນເຈື່ອນໂຕນີ້ແຕກ ຫຼື ນ້ຳມັນມາແຮງ ປະລິມານນ້ຳທີ່ຫຼາຍຈະໄຫຼລົງທີ່ຕ່ຳ ແລະ ຈະເຮັດໃຫ້ນ້ຳຖ້ວມຫຼາຍເຂດໃນເມືອງຫາດຊາຍຟອງ, ເຊິ່ງໃນໄລຍະທີ່ຜ່ານມາຕອນທີ່ຍັງບໍ່ມີກັນເຈື່ອນແມ່ນນ້ຳຖ້ວມແຕ່ສະເພາະສວນພັກຂອງປະຊາຊົນ.

ສ່ວນການກຽມຄວາມພ້ອມ ແລະ ຮັບມືນັ້ນເບື່ອງຕົ້ນນັ້ນກໍແນ່ນອນຢູ່ແລ້ວເພາະວ່າທີ່ຜ່ານມາ, ເພາະວ່າບ້ານນີ້ກໍເຄີຍຖືກນ້ຳຖ້ວມແລ້ວ ຈະບໍ່ມີຜົນກະທົບຫຼາຍ ເຊິ່ງປະຊາຊົນສາມາດເອົາໂຕລອດ ໃນສະຖານນະການນ້ຳຖ້ວມໄດ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...