Homeຂ່າວທ້ອງຖິ່ນຂ້າມນໍ້າໄປເກີດລູກ!

ຂ້າມນໍ້າໄປເກີດລູກ!

Published on

ອີງຕາມການການແບ່ງປັນຂອງຜູ້ໃຊ້ເພຈບຸກ สมจิด คำพูเวืยง ໄດ້ໂພສໃນເວລາປະມານ 17 ໂມງ ຂອງວັນທີ 7 ສິງຫາ 2023 ທີ່ບ້ານນ້ຳກັດ, ເມືອງໄຊ, ແຂວງອຸດົມໄຊ ໂດຍເປັນວີດີໂອ ທີ່ກຳລັງໃຫ້ການຊ່ວຍເຫຼືອແມ່ມານທ້ອງແກ່ເຈັບທ້ອງທີ່ຈະເກີດລູກ ໂດຍການໃຊ້ລົດເຄນຍົກເອົາແມ່ມານຂ້າມຝາກເພື່ອໄປໂຮງໝໍເນື່ອງຈາກນໍ້າຖ້ວມລົດບໍ່ສາມາດໄປໄດ້.

ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ ແມ່ມານຖືພາ ຊື່ວ່າ ນາງ ສອນ ເຊິ່ງເຈັບທ້ອງເກີດລູກຕັ້ງແຕ່ 6 ໂມງເຊົ້າແລ້ວ ເລີຍໄດ້ໄປຂໍຄວາມຊ່ວຍເຫຼືອຈາກພີ່ນ້ອງ ແລະປະຊາຊົນແຖວບ້ານ ເພື່ອຈະໄປເກີດລູກທີ່ໂຮງໝໍເມືອງ ແຕ່ໄລຍະທາງທີ່ຈະໄປໂຮງໝໍໄດ້ມີນ້ຳຖ້ວມຕັນທາງ ຈຶ່ງໄດ້ຂໍຄວາມຊ່ວຍເຫຼືອຄົນຂັບລົດເຄນ ຍົກພາແມ່ມານຂ້າມມາອີກຟາກໂດຍມີຜູ້ເປັນຜົວຂ້າມໄປນຳ.

ຫຼ້າສຸດອັບເດດມື້ນີ້ 8/8/2023 ແມ່ ແລະ ລູກໄດ້ພາກັນອອກໂຮງໝໍແລ້ວ (ລູກເປັນເພດຍິງ) ແຂງແຮງໝົດສອງ. ເພີ່ມເຕີມ: ຄອບຄົວຜູ້ກ່ຽວບໍ່ຄ່ອຍມີເງື່ອນໄຂ ຖ້າຫາກທ່ານໃດຕ້ອງການຊ່ວຍເຫຼືອແບ່ງປັນບໍ່ວ່າຈະເປັນເຄື່ອງໃຊ້ ຫຼື ນໍ້າໃຈ ສາມາດຕິດຕໍ່ຫາ 020 56794440 ນາງ ສົມຈິດ ຄຳພູວຽງ (ພີ່ນ້ອງຜູ້ກ່ຽວ)

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...