Homeຂ່າວຕ່າງປະເທດລົດໄຟຕົກລາງ! ໃນປາກິດສະຖານ ມີຄົນເສຍຊີວິດ 25 ຄົນ

ລົດໄຟຕົກລາງ! ໃນປາກິດສະຖານ ມີຄົນເສຍຊີວິດ 25 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ສິງຫາ 2023 ຜ່ານມາ, ເກີດເຫດລົດໄຟສາຍດ່ວນ Hazara  Express ຕົກລາງໃນປາກິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 25 ຄົນ ແລະ ບາດເຈັບ 80 ຄົນ ເຊິ່ງເຈົ້າໜ້າທີ່ໜ່ວຍກູ້ໄພເລັ່ງຊ່ວຍເຫຼືອຜູ້ໂດຍສານຕິດຢູ່ໃນຊາກຕູ້ລົດໄຟ 8 ຕູ້ທີ່ຕົກລາງ.

ລົດໄຟຂະບວນດັ່ງກ່າວເດີນທາງອອກຈາກນະຄອນກາຮາຈີ ເດີນທາງໄປເມືອງອັນບອດຕະບັດ ແລະ ໄດ້ປະສົບອຸບັດຕິເຫດຕົກລົງຢູ່ໃກ້ສະຖານີລົດໄຟໃນເມືອງ ນາວາບຊາ ແຄວ້ນສິນ ຫ່າງຈາກນະຄອນກາຮາຈີ ເມືອງໃຫຍ່ທີ່ສຸດຂອງປາກິດສະຖານ ປະມານ 275 ກິໂລແມັດ ເປັນເຫດໃຫ້ມີຄົນບາດເຈັບ ແລະ ເສຍຊີວິດເປັນຈຳນວນຫຼາຍ.

ທ່ານ ຊາອັດ ຮາຟິກ ລັດຖະມົນຕີວ່າການລົດໄຟຂອງປາກິດສະຖານກ່າວວ່າ: ຈາກການກວດສອບເບື້ອງຕົ້ນຂອງເຈົ້າໜ້າທີ່ ພົບວ່າ ລົດໄຟຂະບວນນີ້ແລ່ນດ້ວຍຄວາມໄວປົກກະຕິ ກ່ອນທີ່ຈະພະຍາຍາມເລັ່ງຄວາມໄວຂຶ້ນຈົນນຳໄປສູ່ການເກີດອຸບັດຕິເຫດຮ້າຍແຮງ ໃນຂະນະທີ່ທາງການປາກີດສະຖານ

ທັງນີ້, ອຸບັດຕິເຫດລົດໄຟໃນປາກິດສະຖານຍັງເກີດຂຶ້ນຫຼາຍໂດຍທີ່ຜ່ານມາ, ເມື່ອເດືອນມິຖຸນາ 2021 ເກີດເຫດລົດໄຟຕຳກັນທີ່ແຄວ້ນສິນ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 65 ຄົນ ແລະ ບາດເຈັບ 150 ຄົນ.

ທີ່ມາ: BBC

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...