Homeຂ່າວພາຍ​ໃນລາວ-ຈີນ ຈັດພິທີເຊັນສັນຍາວ່າດ້ວຍການສຳຫຼວດຖ່ານຫີນ ເນື້ອທີ່ 51,67 ກິໂລຕາແມັດ

ລາວ-ຈີນ ຈັດພິທີເຊັນສັນຍາວ່າດ້ວຍການສຳຫຼວດຖ່ານຫີນ ເນື້ອທີ່ 51,67 ກິໂລຕາແມັດ

Published on

ໃນວັນທີ 28 ກໍລະກົດ 2023 ທີ່ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍ ການສຳຫຼວດຖ່ານຫີນ ໃນເນື້ອທີ່ 51,67 ກິໂລຕາແມັດ ຢູ່ເຂດ ບ້ານກຸງຈີ່ ແລະ ບ້ານວູ່ເປົ່າເໜື ເມືອງຍອດອູ ແຂວງຜົ້ງສາລີ, ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ຈາງເຊີນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາໃນຄັ້ງນີ້ໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນ. ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່.

ພ້ອມດ້ວຍ ທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງ ແຂວງຜົ້ງສາລີ, ທ່ານ ຈ່າງເຊີນ ຈ່າງ ຜູ້ອຳນວຍການ ບໍລິສັດ ຈາງເຊີນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ, ທ່ານ ນ. ເຊີນຍິ້ວແຟງ ເຊີນ ຮອງຜູ້ອຳນວຍການ ບໍລິສັດ ຈາງເຊີນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ.

ໂດຍປະຕິບັດຕາມໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 133/ນຍ, ລົງວັນທີ 24 ກໍລະກົດ 2023, ທີ່ມອບສິດໃຫ້ກະຊວງ ແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາຕາງໜ້າເຊັນໂດຍ ທ່ານ ປອ ສະຖາບັນດິດ ອິນຊີຊຽງໃໝ່.

ແຫຼ່ງຂ່າວ ກະຊວງແຜນການ ແລະ າກນລົງທຶນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...