Homeຂ່າວພາຍ​ໃນເມືອງບົວລະພາ ແຂວງຄຳມ່ວນ ເຫັນດີປັບຂຶ້ນລາຄາຊີ້ນງົວ ຊີ້ນຄວາຍ ແລະ ຊີ້ນໝູ

ເມືອງບົວລະພາ ແຂວງຄຳມ່ວນ ເຫັນດີປັບຂຶ້ນລາຄາຊີ້ນງົວ ຊີ້ນຄວາຍ ແລະ ຊີ້ນໝູ

Published on

ເມື່ອບໍ່ດົນມານີ້ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການຂຶ້ນລາຄາສິນຄ້າປະເພດ ຊີ້ນງົວ, ຊີ້ນຄວາຍ ແລະ ຊີ້ນໝູ ໂດຍການເປັນປະທານຂອງທ່ານ ພູວຽງ ສີສູນທອນ ຮອງເຈົ້າເມືອງ ເມືອງບົວລະພາ, ມີບັນດາທ່ານຄະນະຊີ້ນໍາກອງເລຂາຄຸ້ມຄອງລາຄາ, ຂະແໜງການທີ່ກ່ຽວຂ້ອງ, ນາຍບ້ານ ແລະ ສະມາຄົມຕະຫຼາດ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ປະກອບມີຄຳຮ້ອງຂໍຂຶ້ນລາຄາຊີ້ນຂອງໜ່ວຍບໍລິການຊື້ສັດ ຂາຍຊີ້ນ ແລະ ບົດລາຍງານການບໍລິການຂອງໜ່ວຍບໍລິການຊື້ສັດ-ຂາຍຊີ້ນນຳອີກດ້ວຍ.

ເຊິ່ງກອງປະຊຸມກໍໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດເຫັນ ແລະ ໄດ້ເຫັນດີເປັນເອກະພາບກັນຄື: ເຫັນດີປັບລາຄາຊີ້ນງົວ, ຄວາຍ ຂຶ້ນຈາກປົກກະຕິ 80.000 ກີບ/ໂລ ປັບຂຶ້ນເປັນ 90.000 ກີບ/ໂລ, ເຫັນດີປັບລາຄາ ຊີ້ນໝູ ຈາກລາຄາປົກກະຕິ 65.000 ກີບ/ໂລ ປັບຂຶ້ນເປັນ 70.000 ກີບ/ໂລ.

ຫຼັງຈາກນັ້ນ ທ່ານ ພູວຽງ ສີສູນທອນ ຮອງເຈົ້າເມືອງບົວລະພາ ທ່ານໄດ້ໂອລົມໃຫ້ເນັ້ນໜັກ ທາງດ້ານຄຸນນະພາບຂອງສັດ ກໍຄື ງົວ, ຄວາຍ ແລະ ໝູ ກ່ອນຈະນຳເຂົ້າໂຮງຂ້າສັດເພື່ອນຳໄປຈຳໜ່າຍ ເພື່ອເຮັດໃຫ້ຊີ້ນດັ່ງກ່າວ ມີຄຸນນະພາບ ແລະ ຖືກຫຼັກອະນາໄມ ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນໜັກຕື່ມ ກ່ຽວກັບການຈັດບຸກຄະລາກອນເຂົ້າໃນວຽກງານດັ່ງກ່າວຕ້ອງໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຄວາມເປັນຈິງ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສຳເລັດຕາມຄາດໝາຍ.

ແຫຼ່ງຂ່າວ Khammouane KhammouaneTv 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...