Homeຂ່າວເຫດການເຫດຄົນແທງກັນບາດເຈັບສາຫັດ ຢູ່ສະຖານທີ່ບັນເທິງ ນະຄອນຫຼວງວຽງຈັນ

ເຫດຄົນແທງກັນບາດເຈັບສາຫັດ ຢູ່ສະຖານທີ່ບັນເທິງ ນະຄອນຫຼວງວຽງຈັນ

Published on

ໃນຕອນເດິກ ຂອງວັນທີ 31 ກໍລະກົດທີ່ຜ່ານມາ ເກີດເຫດຄົນຖືກແທງ ທີ່ຮ້ານບັນເທີງແຫ່ງໜຶ່ງ, ນະຄອນຫຼວງວຽງຈັນ, ເຊິ່ງຜູ້ແບ່ງປັນຮູບ ແລະ ວີດີໂອ ຂອງເຫດການດັ່ງກ່າວໃຫ້ຮູ້ວ່າ: ຜູ້ຖືກແທງແມ່ນຄົນໄທ ເຊິ່ງໄດ້ຮັບບາດເຈັບສາຫັດ ທີ່ ສະຖານບັນເທີງ ນວ ພ້ອມບອກສາຍປາຕີ້ໃຫ້ລະມັດລະວັງໃນການກິນດື່ມ ແລະ ບັນດາອ້າຍນ້ອງດີເຈກໍລະມັດລະວັງນຳ ພ້ອມຂໍໃຫ້ຜູ້ບາດເຈັບປອດໄພ.

ຈາກເຫດການດັ່ງກ່າວ, ມີຜູ້ໃຊ້ສື່ສັງຄົມອອນລາຍເຂົ້າມາສະແດງຄວາມຄິດເຫັນຈຳນວນຫຼາຍ ແລະ ແຊສໄປອີກຫຼາຍຮ້ອຍແຊສ ສ່ວນໃຫຍ່ແມ່ນໄດ້ແທັກໃຫ້ໝູ່ ແລະ ມີຄວາມລະແວງ ແລະ ຢ້ານເວລາໄປຫຼີ້ນ ເມື່ອໄດ້ເຫັນຂ່າວກ່ຽວກັບເຫດການນີ້.

ຂໍໃຫ້ເຈົ້າໜ້າທີ່ຈັບຜູ້ກໍ່ເຫດມາລົງໂທດໃຫ້ໄດ້!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...