Homeຂ່າວພາຍ​ໃນງານພົບປະແລກປ່ຽນ ເພື່ອຂະຫຍາຍເຄືອຂ່າຍທຸລະກິດ ລາວ-ຍີ່ປຸ່ນ

ງານພົບປະແລກປ່ຽນ ເພື່ອຂະຫຍາຍເຄືອຂ່າຍທຸລະກິດ ລາວ-ຍີ່ປຸ່ນ

Published on

ໃນວັນສຸກ ທີ 28 ກໍລະກົດ 2023 ທີ່ຜ່ານມາ ສະຖາບັນ ລາວ-ຍີ່ປຸ່ນ (LJI) ແລະ ອົງການ JICA ໄດ້ຮ່ວມກັນເປັນເຈົ້າພາບຈັດງານພົບປະແລກປ່ຽນ ເພື່ອຂະຫຍາຍເຄືອຂ່າຍທຸລະກິດ ເພື່ອຮັດແໜ້ນສາຍພົວພັນພາຍໃນເຄືອຂ່າຍນັກທຸລະກິດໃນລາວ. ໂອກາດດັ່ງກ່າວ ເປັນການສະເຫຼີມສະຫຼອງຄວາມສຳເລັດຂອງ ຫຼັກສູດສຳລັບຜູ້ບໍລິຫານລະດັບສູງຂອງບໍລິສັດ ຮຸ່ນທີ 6 (Keiei Juku-6th batch), ເຊິ່ງເປັນຫຼັກສູດບໍລິຫານ ໄລຍະ 6 ເດືອນ ທີ່ມີປະສິດທິພາບສູງ ສຳລັບຜູ້ປະກອບການໃນລາວ. 

ການ​ຈັດ​ຂຶ້ນ​ໃນ​ຄັ້ງ​ນີ້ ໄດ້ຮັບທຶນ​ສະໜັບສະໜູນຈາກ ​​ນັກ​ຮຽນ​ທີ່​ຮຽນ​ຈົບ​ຫຼັກສູດສຳລັບຜູ້ບໍລິຫານລະດັບສູງຂອງບໍລິສັດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ໝັ້ນ​ ໃນ​ການ​ຊຸກ​ຍູ້​ການ​ຂະ​ຫຍາຍ​ຕົວ​ຂອງ​ທຸ​ລະ​ກິດ​ພາຍ​ໃນ​ປະ​ເທດ​ລາວ.

ເຊິ່ງເປັນກຽດຮ່ວມງານໂດຍມີ ທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ປະທານສະມາຄົມ SME ລາວ, ຄະນະສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ຄະນະນໍາ ສະຖາບັນ ລາວ-ຍີ່ປຸ່ນ; ສ່ວນຝ່າຍຍີ່ປຸ່ນ ມີ ທ່ານ KOBAYASHI Kenichi ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ NAGASE Toshio ຫົວໜ້າອົງການ JICA ປະຈໍາລາວ, ທ່ານຜູ້ຕາງໜ້າອົງການການຄ້າສາກົນຍີ່ປຸ່ນ ປະຈໍາລາວ, ຄະນະນໍາ Keiei Juku Lao ແລະ ນັກທຸລະກິດຈາກຫຼາຍຂະແໜງການກໍ່ໄດ້ເຂົ້າຮ່ວມພົບປະແລກປ່ຽນໃນງານຄັ້ງນີ້ ທັງຝ່າຍລາວ ແລະ ຍີ່ປຸ່ນລວມທັງໝົດ 100 ກວ່າທ່ານ.

ຈຸດປະສົງຫຼັກຂອງງານຄັ້ງນີ້ ແມ່ນເພື່ອສ້າງເວທີໃຫ້ກັບຜູ້ເຂົ້າຮ່ວມ ຫຼັກສູດສຳລັບຜູ້ບໍລິຫານລະດັບສູງຂອງບໍລິສັດ ໃນການແບ່ງປັນຄວາມເຂົ້າໃຈ ແລະ ປະສົບການທີ່ເກັບກ່ຽວໃນລະຫວ່າງເວລາຂອງພວກເຂົາຢູ່ໃນປະເທດຍີ່ປຸ່ນ. ນອກຈາກນັ້ນ, ແມ່ນເພື່ອແນໃສ່ການສົ່ງເສີມກາລະໂອກາດໃນການສ້າງເຄືອຂ່າຍ ແລະ ສົ່ງເສີມການຮ່ວມມືລະຫວ່າງນັກທຸລະກິດລາວໃຫ້ເພີ່ມຂຶ້ນ.

ທ່ານ​ເອກ​ອັກຄະ​ລັດຖະທູດ Kobayashi ​ກ່າວເນັ້ນ​ໜັກ​ວ່າ: “ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​ແມ່ນ​ສຳຄັນ ​ແລະ ຕ້ອງການ​ການ​ລົງທຶນ​ຈາກພາກ​ເອກະ​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ມີ​ຄຸນ​ນະພາ​ບສູງ, ຄຽງ​ຄູ່​ກັບ​ການ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ລະດັບ​ສູງ.”

ໜຶ່ງຈຸດເດັ່ນຂອງງານ ແມ່ນການນຳສະເໜີໂດຍຜູ້ຕາງໜ້າຈາກບໍລິສັດ Jetro, ຜູ້ທີ່ສະແດງໃຫ້ເຫັນເຖິງໂອກາດທາງການຄ້າ ຂອງທຸລະກິດລະດັບທ້ອງຖິ່ນ, ທັງການນຳເຂົ້າສິນຄ້າເຂົ້າມາລາວ ແລະ ການສົ່ງອອກສິນຄ້າໄປຍີ່ປຸ່ນ.

ພາຍໃນ​ງານເຕັມໄປດ້ວຍ​ຄວາມອົບອຸ່ນ ເປັນກັນເອງ ຟົດຟື້ນມ່ວນຊື່ນ ເພາະເປັນ​ໂອ​ກາດ​ທີ່​ດີ​ໃຫ້​ແກ່​ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ພົບ​ປະ ແລະ ປຶກ​ສາ​ຫາ​ລື​ການ​ຮ່ວມ​ມືທາງ​ດ້ານ​ທຸ​ລະ​ກິດເຊິ່ງກັນ ແລະ ກັນ.

ຫຼັກສູດສຳລັບຜູ້ບໍລິຫານລະດັບສູງຂອງບໍລິສັດ ໄດ້ຮັບການສະໜັບສະໜູນຈາກອົງການ JICA  ຜ່ານສະຖາບັນ ລາວ-ຍີ່ປຸ່ນ, ມີເນື້ອໃນກວມເອົາວິຊາສຳຄັນຕ່າງໆ ເຊັ່ນ ຍຸດທະສາດທາງທຸລະກິດ, ການຕະຫຼາດ, ການຄຸ້ມຄອງຊັບພະຍາກອນມະນຸດ, ການເງິນ ແລະ ການຈັດການ ການດຳເນີນງານ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ໄປທັດສະນະທາງດ້ານທຸລະກິດ 2 ອາທິດ ທີ່ປະເທດຍີ່ປຸ່ນ.

ປັດຈຸບັນ, ສະຖາບັນ ລາວ-ຍີ່ປຸ່ນ ກຳລັງເປີດຮັບສະໝັກຫາຜູ້ເຂົ້າຮ່ວມ ຫຼັກສູດສຳລັບຜູ້ບໍລິຫານລະດັບສູງຂອງບໍລິສັດ (Keiei Juku) ຄັ້ງທີ 7, ສຳລັບ ທ່ານໃດສົນໃຈ ສາມາດຕິດຕໍ່ ເພື່ອສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ສະຖາບັນ ລາວ-ຍີ່ປຸ່ນ.

ຄວາມລິເລີ່ມຂອງສະຖາບັນ ລາວ-ຍີ່ປຸ່ນ ຄັ້ງນີ້ ຊີ້ໃຫ້ເຫັນເຖິງຄວາມຕັ້ງໃຈ ໃນການຊຸກຍູ້ການແລກປ່ຽນດ້ານການສຶກສາ ແລະ ທຸລະກິດພາຍໃນລາວ, ເປັນການຊຸກຍູ້ການຮ່ວມມື ແລະ ການຂະຫຍາຍຕົວທາງດ້ານເສດຖະກິດພາຍໃນປະເທດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...