Homeຂ່າວພາຍ​ໃນລົດຕູ້ນັກທ່ອງທ່ຽວໄທປະສົບອຸບັດຕິເຫດໃນລາວ ເສຍຊີວິດ 6 ຄົນ

ລົດຕູ້ນັກທ່ອງທ່ຽວໄທປະສົບອຸບັດຕິເຫດໃນລາວ ເສຍຊີວິດ 6 ຄົນ

Published on

ໃນອາທິດທີ່ຜ່ານມານີ້ ເປັນຊ່ວງມື້ພັກຍາວ 6 ມື້ ຂອງຄົນໄທ ເຮັດໃຫ້ມີຄົນໄທຈຳນວນຫຼາຍພາກັນໄປທ່ຽວ ແລະ ກໍມີຄົນໄທກຸ່ມໜຶ່ງ ທີ່ກັບມາຈາກການທ່ຽວຄຸນໝິງ ປະເທດຈີນ ແຕ່ເກີດອຸບັດຕິເຫດລຳຕູ້ພາທ່ຽວ ຕຳກັບລົດຕູ້ຄອນເທັນເນີທີ່ລະຫວ່າງເສັ້ນທາງແຂວງຫຼວງນ້ຳທາ-ບໍ່ແກ້ວ ຫ່າງຈາກດ່ານລາວ-ໄທ ປະມານ 100 ກິໂລແມັດ ເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ ແລະ ບາດເຈັບ 3 ຄົນ.

ໃນວັນທີ 27 ກໍລະກົດ 2023 ເວລາ 13:01 ໂມງ ໜວ່ຍກູ້ໄພໄດ້ຮັບແຈ້ງວ່າມີອຸບັດຕິເຫດຂັບຂີ່ລົດຕູ້ຄອນເທັນເນີຕຳກັບລົດຕູ້ ຢູ່ຂອບເຂດບ້ານ ນ້ຳແພ ເມືອງວຽງພູຄາ ແຂວງຫຼວງນ້ຳທາ.

ພາຍຫຼັງທາງກູ້ໄພເຂົ້າກວດສອບທີ່ເກີດເຫດ ກໍພົບເຫັນຜູ້ເສຍຊີວິດ 6 ຄົນ ຜູ້ບາດເຈັບ 3 ຄົນ ເຊິ່ງໜຶ່ງໃນຜູ້ເສຍຊີວິດເປັນຄົນລາວທີ່ເປັນຄົນຂັບລົດ ສ່ວນນັກທ່ອງທ່ຽວທີ່ເຫຼືອເປັນຄົນໄທ.

  • ຜູ້ເສຍຊີວິດທີ1: ທ້າວ ຕຸ້ຍ ສັນຊາດລາວ ອາຍຸ 35 ປີ ທີ່ຢູ່ບ້ານຫ້ວຍມອນ (ປ່າກ້ວຍ) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ  ມີບາດແຜກະທົບຫົວ, ຢູ່ບໍລິເວນທ້ອງເບື້ອງຊ້າຍມີບາດແຜໃຫຍ່ກວ້າງເລິກ ແລະ ແຂນຫັກ.
  • ຜູ້ເສຍຊີວິດທີ 2 : ນາງ ຄຳໃສ ຊົມພູໃບ ອາຍຸ 59 ປີ (ສັນຊາດໄທ) ຫົວແຕກ, ຖືກກະທົບຫົວຢ່າງຮຸນແຮງ.
  • ຜູ້ເສຍຊີວິດທີີ 3 :ນາງ ບຸນນຳ ອາດພັກດີ ອາຍຸ 64 ປີີ (ສັນຊາດໄທ) ຫົວແຕກ, ກະທົບຫົວຢ່າງຮຸນແຮງ.
  • ຜູ້ເສຍຊີວິດທີີ 4 : ນາງ ການຈະນາ ເງິນເຢັນ ອາຍຸ 68 ປີີ (ສັນຊາດໄທ) ກະໂຫຼກຫົວແຕກ, ບ່າໄຫຼ່ເບື້ອງຊ້າຍຈີກຂາດເປັນບາດແຜໃຫຍ່ກວ້າງ.
  • ຜູ້ເສຍຊີວິດທີີ 5 : ນາງ ຍຸພາ ມີໄຊ ອາຍຸ 66 ປີີ (ສັນຊາດໄທ) ກະທົບຫົວ, ຕາບວມຊໍ້າ, ຄິ້ວຊ້າຍຈີກ, ຕາມຕົນໂຕຊໍ້າ.
  • ຜູ້ເສຍຊີວິດທີີ 6 : ທ້າວ ນຸຍ ມີໄຊ ອາຍຸ 68 ປີີ (ສັນຊາດໄທ) ກະໂຫຼກຫົວແຕກ, ບ່າໄຫຼ່ຊ້າຍທະເລີ້ນຊໍ້າ, ແຂນຂວາຫັກປິດ ແລະ ໜ້າເອິກຊໍ້າ.

ທີ່ມາ ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງບໍ່ແກ້ວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...