Homeຂ່າວຕ່າງປະເທດມຽນມາອອກທະນາບັດໃໝ່ມູນຄ່າ 20.000 ຈາດ

ມຽນມາອອກທະນາບັດໃໝ່ມູນຄ່າ 20.000 ຈາດ

Published on

ທະນາຄານກາງຂອງມຽນມາ ອອກທະນາບັດໃໝ່ທີ່ມີມູນຄ່າ 2 ເທົ່າຂອງທະນາບັດທີ່ມີມູນຄ່າສູງທີ່ສຸດໃນປັດຈຸບັນ ໃນຂະນະເສດຖະກິດມຽນມາກຳລັງຕົກຕ່ຳ ຫຼັງການຍຶດອຳນາດໃນປີ 2021.

ທັ້ງນີ້ ທະນາຄານກາງມຽນມາ ບໍ່ໄດ້ໃຫ້ເຫດຜົນຂອງການອອກທະນາບັດ 20.000 ຈາດ (Kyat) ຫຼື ປະມານ 183.000 ກີບ ທີ່ມີມູນຄ່າສູງສຸດຂອງປະເທດ ນັບຕັ້ງແຕ່ກອງທັບຂັບໄລ່ລັດຖະບານທີ່ມາຈາກການເລືອກຕັ້ງຂອງ ອອງຊານຊູຈີ ການຂວ້ຳບາດທາງເສດຖະກິດ ແລະ ມາດຕະການຂວ້ຳບາດທີ່ກຳນົດຂຶ້ນໂດຍບັນດາປະເທດທາງຕາເວັນຕົກ ທີ່ຫຼາຍຄົນໄດ້ຮັບຜົນກະທົບມາຕັ້ງແຕ່ສົງຄາມການເມືອງ ແລະ ການແຜ່ລະບາດຂອງໂຄວິດ-19.

ການອອກທະນາບັດໃໝ່ ທີ່ມີມູນຄ່າສູງຂຶ້ນນັ້ນ ກ່ຽວຂ້ອງກັບຄວາມເຊື່ອເລື່ອງຄວາມສ່ຽງຂອງພາວະເງິນເຟີ້.

ການລາຍງານທາງສະຖານີໂທລະທັດ MRTV ລະບຸວ່າ: ທະນາບັດ ໃບລະ 20.000 ຈາດ ຈະອອກໃນຈຳນວນຈຳກັດ ຕັ້ງແຕ່ວັນທີ 31 ກໍລະກົດ.

ທະນາບັດໃໝ່ ຈະສາມາດໃຊ້ໄດ້ໂດຍການແລກປ່ຽນເອົາທະນາບັດມູນຄ່າຕ່ຳກວ່າທີ່ອາດຈະເປື້ອນ ຫຼື ຂາດໜ້ອຍໜຶ່ງ ມາຮວມໃຫ້ໄດ້ເທົ່າມູນຄ່າຂອງເງິນທີ່ຈະປ່ຽນ.

ແຫຼ່ງຂ່າວ AP

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...