Homeຂ່າວຕ່າງປະເທດລຸງອາຍຸ 60 ປີຫາຍໂຕຢ່າງປິດສະໜາ 4 ມື້ກ່ອນພົບຊິ້ນສ່ວນຢູ່ໃນທ້ອງແຂ້

ລຸງອາຍຸ 60 ປີຫາຍໂຕຢ່າງປິດສະໜາ 4 ມື້ກ່ອນພົບຊິ້ນສ່ວນຢູ່ໃນທ້ອງແຂ້

Published on

ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກໍລະກົດ 2023 ຜ່ານມາ, ເກີດເຫດການສະເທືອນຂວັນຂຶ້ນທີ່ເມືອງ ຕາເວົາ ລັດຊາບາ ປະເທດມາເລເຊຍ ຫຼັງເຈົ້າໜ້າທີ່ປ່າໄມ້ພົບຮ່າງຂອງຊາຍອາຍຸ 60 ປີ ຢູ່ໃນທ້ອງຂອງໂຕແຂ້ ທີ່ມີຄວາມຍາວ 4.3 ແມັດ ແລະ ໜັກປະມານ 800 ກິໂລກຼາມ.

ຕາມການລາຍງານຂອງເຈົ້າໜ້າທີ່ໄດ້ລະບຸວ່າຊາຍຄົນດັ່ງກ່າວມີຊື່ວ່າ: ທ້າວ ແອດດີ ບັງຊາ ອາຍຸ 60 ປີ ໄດ້ຫາຍຕົວແບບປິດສະໜາ ຂະນະທີ່ກຳລັງລົງເຮືອໃນແມ່ນ້ຳກຳປຸງຊຸນ ໄກມາສມາສ ຕັ້ງແຕ່ວັນທີ 19 ກໍລະກົດ 2023 ເຊິ່ງທາງເຈົ້າໜ້າທີ່ໄດ້ລະດົມກຳລັງຄົ້ນຫາຢ່າງຕໍ່ເນື່ອງໃນແຖວບໍລິເວນຈຸດເກີດເຫດ.

ຕໍ່ມາໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2023 ເຈົ້າໜ້າທີ່ໄດ້ພົບໂຕແຂ້ໃຫຍ່ໃນພື້ນທີ່ໃກ້ຄຽງກັບຈຸດທີ່ໄດ້ຮັບແຈ້ງວ່າ ທ້າວ ແອດດີ ຫາຍຕົວໄປ ເຈົ້າໜ້າທີ່ຈຶ່ງຕັດສິນໃຈຍິງໂຕແຂ້ດັ່ງກ່າວຈົນເສຍຊີວິດ ແລະ ໄດ້ນຳໂຕແຂ້ຂຶ້ນມາຈາກແມ່ນ້ຳເພື່ອກວດສອບ ແລະ ຜ່າທ້ອງຈຶ່ງພົບຊິ້ນສ່ວນຮ່າງກາຍຂອງມະນຸດ ທາງຄອບຄົວຢືນຢັນວ່າເປັນຊິ້ນສ່ວນຮ່າງກາຍຂອງທ້າວ ແອດດີ ເຊິ່ງເຈົ້າໜ້າທີ່ໄດ້ຮວບຮວມຊິ້ນສ່ວນດັ່ງກ່າວເພື່ອນຳໄປກວດສອບເພີ່ມເຕີມ ເພື່ອຫາສາເຫດຂອງການເສຍຊີວິດວ່າເກີດຂຶ້ນຈາກການໂຈມຕີຂອງໂຕແຂ້ ຫຼື ດ້ວຍສາເຫດອື່ນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...