spot_img
Homeຂ່າວພາຍ​ໃນ6 ເດືອນຕົ້ນປີ ນະຄອນໄກສອນພົມວິຫານ ເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 58,23%

6 ເດືອນຕົ້ນປີ ນະຄອນໄກສອນພົມວິຫານ ເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 58,23%

Published on

ໃນຕອນເຊົ້າວັນທີ 21 ກໍລະກົດ 2023 ຫ້ອງການການເງິນ ນະຄອນ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ການງົບປະມານ 6 ເດືອນຕົ້ນປີ ແລະ ຄາດຄະເນ 6 ເດືອນທ້າຍປີ 2023 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ປະສົງສິນ ຈະເລີນສຸກ ກຳມະການປະຈຳພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນໄກສອນ ພົມວິຫານ.

ທ່ານ ຄຳພຽນ ມາດນີວົງ ກຳມະການພັກນະຄອນ ຫົວໜ້າຫ້ອງການ-ການເງິນ ນະຄອນ ໄດ້ຍົກໃຫ້ຮູ້ວ່າ: ຜ່ານການຈັດຕັ້ງ ປະຕິບັດວຽກງານງົບປະມານ ຂອງນະຄອນໃນໄລຍະ 6 ເດືອນຜ່ານມາ ສາມາດເກັບລາຍ ຮັບເຂົ້າງົບປະມານໄດ້ 8 ຕື້ 612 ລ້ານກວ່າກີບ ເທົ່າກັບ 58,23% ຂອງແຜນການປີ, ຖ້າທຽບໃສ່ ປີ 2022 ຫຼຸດລົງ 17,69% ໃນນັ້ນ ໄດ້ຈາກອາກອນ 4 ຕື້ 242 ລ້ານກວ່າກີບ ເທົ່າກັບ 63,69%, ຄ່າທໍານຽມປະຕິບັດໄດ້ 2 ຕື້ 401 ລ້ານກວ່າກີບ ເທົ່າກັບ 187,58%, ຄ່າບໍລິການ ປະຕິບັດໄດ້ 254 ລ້ານກວ່າກີບ ເທົ່າກັບ 32,26%, ພາສີທີ່ດິນ ບັນລຸໄດ້ 1ຕື້ 342ລ້ານກວ່າກີບ ເທົ່າກັບ 25,51%, ຊັບສິນລັດປະຕິບັດໄດ້ 371 ລ້ານກວ່າກີບ ເທົ່າກັບ 46,46%, ສ່ວນການປະຕິບັດລາຍຈ່າຍງົບປະມານ 6 ເດືອນ ມີຈຳນວນ 2 ຕື້ 338 ລ້ານກວ່າກີບ ເທົ່າກັບ 69,952% ຂອງແຜນການ.

ສຳລັບແຜນຈັດເກັບລາຍຮັບ ງົບປະມານໃນ 6ເດືອນທ້າຍ ປີ 2023 ນະຄອນ ຈະໃຫ້ໄດ້ບັນລຸຕາມແຜນການ 100% ຫຼື ລື່ນແຜນການປີ.

ແຫຼ່ງຂ່າວ ຫ້ອງການ ຖະແຫລ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ໄກສອນ ພົມວິຫານ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...