Homeນານາສາລະ8 ສິ່ງທີ່ບໍ່ຄວນເຮັດ ຫຼັງຈາກກິນອາຫານອິ່ມ

8 ສິ່ງທີ່ບໍ່ຄວນເຮັດ ຫຼັງຈາກກິນອາຫານອິ່ມ

Published on

1. ຫ້າມສູບຢາ

ການສູບຢາຫຼັງອາຫານ ທຽບໄດ້ກັບການສູບຢາຍາມປົກກະຕິເຖິງ 10 ກອກ ເຮັດໃຫ້ສ່ຽງເປັນມະເຮັງຫຼາຍຂຶ້ນ ເຊິ່ງການສູບປົກກະຕິກໍຍັງມີໂອກາດເປັນມະເຮັງຢູ່ແລ້ວ.

2. ຫ້າມກິນໝາກໄມ້

ເຖິງວ່າໝາກໄມ້ສົດເປັນອາຫານທີ່ດີຕໍ່ສຸຂະພາບກໍຕາມ ແຕ່ຖ້າກິນເຂົ້າໄປທັນທີຫຼັງຈາກທີ່ກິນອາຫານແລ້ວ ມັນຈະເຂົ້າໄປປະສົມກັບອາຫານທີ່ກິນໄປ ແລະ ເຮັດໃຫ້ຮ່າງກາຍຈຳກັດການດູດຊຶມ ເຊິ່ງກໍ່ໃຫ້ເກີດບັນຫາກ່ຽວກັບການຍ່ອຍ ແລະ ຫຼຸດຄຸນຄ່າທາງໂພຊະນາການຂອງອາຫານທີ່ທ່ານກິນ, ສະນັ້ນ ຄວນກິນໝາກໄມ້ 1-2 ຊົ່ວໂມງ ກ່ອນ ຫຼື ຫຼັງອາຫານຈະດີກວ່າ.

3. ຫ້າມນອນທັນທີ

ເມື່ອທ່ານນອນຫຼັບຫຼັງກິນອາຫານ ຈະເຮັດໃຫ້ນ້ຳຍ່ອຍໃນກະເພາະອາຫານເພີ່ມຂຶ້ນ ແລະ ເຮັດໃຫ້ຂະບວນການຍ່ອຍອາຫານມີບັນຫາ.

4. ຫ້າມອາບນ້ຳ

ເມື່ອທ່ານອາບນ້ຳຫຼັງຈາກກິນອາຫານ ຈະເຮັດໃຫ້ເລືອດໄປໄຫຼວຽນຢູ່ຜິວໜັງເພື່ອຈະໄປຄວບຄຸມອຸນຫະພູມຂອງຮ່າງກາຍ ເຊິ່ງນຳໄປສູ່ບັນຫາການຍ່ອຍອາຫານ ເນື່ອງຈາກການຍ່ອຍອາຫານຕ້ອງໃຊ້ພະລັງງານຈຳນວນຫຼາຍ.

5. ຫ້າມອອກກຳລັງກາຍ

ການອອກກຳລັງກາຍຫຼັງການກິນອາຫານ ມັນຈະໄປຂັດຂວາງລະບົບການຍ່ອຍອາຫານ ເຮັດໃຫ້ມີອາການປວດຮາກ ທ້ອງເບັງ ແລະ ວິນຫົວໄດ້.

6. ຫ້າມດື່ມຊາ ຫຼື ກາເຟ

ການດື່ມຊາ ຫຼື ກາເຟຫຼັງການກິນອາຫານ ມັນບໍ່ດີຕໍ່ສຸຂະພາບ ເນື່ອງຈາກເຄື່ອງດື່ມປະເພດນີ້ມີສານບາງຊະນິດທີ່ດູດຊຶມທາດເຫຼັກ ແທນທີ່ມັນຈະດູດຊຶມເຂົ້າຮ່າງກາຍ, ສະນັ້ນ ຄວນດື່ມຫຼັງຈາກກິນອາຫານຢ່າງໜ້ອຍ 1 ຊົ່ວໂມງ.

7. ຫຼີກລ່ຽງການໃສ່ຮັດສາຍແອວ

ເພາະການເພີ່ມແຮງກົດທັບບໍລິເວນທ້ອງຫຼັງການກິນອາຫານ ມັນຈະໄປລົບກວນການຍ່ອຍອາຫານ ແລະ ຂະບວນການຍ່ອຍອາຫານ ທີ່ອາດນຳໄປສູ່ບັນຫາດ້ານສຸຂະພາບຕ່າງໆ.

8. ຫຼີກລ່ຽງການດື່ມນ້ຳ

ເມື່ອທ່ານດື່ມນ້ຳທັນທີຫຼັງຈາກກິນອາຫານແລ້ວ ມັນຈະຫຼຸດການລັ່ງສານເອນໄຊ ແລະ ນ້ຳຍ່ອຍໃນກະເພາະອາຫານ ອາດເຮັດໃຫ້ເກີດຄວາມເປັນກົດໃນກະເພາະ ແລະ ທ້ອງອືດ ເຮັດໃຫ້ຍ່ອຍຍາກ.

ທີ່ມາ healthshots

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...